
ບລູມເບີກ “Bloomberg” ລາຍງານວ່າ ລາຄານ້ຳມັນດິບເວສເທັກຊັສອິນເຕີມີເດຍ (WTI) ປັບຕົວເພີ່ມຂຶ້ນເໜືອ 58 ໂດລາຕໍ່ບາເຣວໃນວັນນີ້ (10 ທັນວາ 2025) ຫຼັງຈາກຫຼຸດລົງ 3% ໃນສອງວັນເຮັດວຽກກ່ອນໜ້ານີ້
ໃນຂະນະທີ່ລາຄານ້ຳມັນດິບເບຣນທ໌ ປິດຢູ່ປະມານ 62 ໂດລາ. ສະຫະລັດອາເມລິກາກ່າວວ່າ ການຜະລິດນ້ຳມັນດິບພາຍໃນປະເທດຈະບັນລຸລະດັບສູງສຸດເປັນປະຫວັດການທີ່ 13.6 ລ້ານບາເຣວຕໍ່ວັນໃນປີນີ້ ເຊິ່ງເປັນການເພີ່ມປະລິມານອຸປະທານທີ່ໄຫຼເຂົ້າສູ່ຕະຫຼາດໂລກ
“ບໍ່ວ່າຈະເປັນອຸປະທານລົ້ນຕະຫຼາດ ຫຼື ລົ້ນຕະຫຼາດຫຼາຍ ກໍຍາກທີ່ຈະຫຼີກລ້ຽງໄດ້” ຊາອັດ ຣາຮິມ ຫົວໜ້ານັກເສດຖະສາດຂອງບໍລິສັດຄ້າສິນຄ້າໂພຄະພັນລະດັບໂລກ Trafigura Group ກ່າວໃນວິດີໂອທີ່ເຜີຍແຜ່ພ້ອມກັບຜົນການດໍາເນີນງານປະຈຳປີຂອງບໍລິສັດໃນວັນອັງຄານ
ສະຖາບັນປິໂຕຣເລຽມແຫ່ງອາເມລິກາ (American Petroleum Institute) ເຊິ່ງໄດ້ຮັບການສະໜັບສະໜູນຈາກອຸດສາຫະກຳ ລາຍງານວ່າ ປະລິມານສຳຮອງນ້ຳມັນດິບຂອງສະຫະລັດຯ ຫຼຸດລົງ 4.8 ລ້ານບາເຣວໃນອາທິດທີ່ແລ້ວ ຕາມເອກະສານທີ່ສຳນັກຂ່າວບລູມເບີກໄດ້ເຫັນ. ແນວໃດກໍຕາມ ສະຕ໋ອກນ້ຳມັນເຊື້ອໄຟ ທັງນ້ຳມັນແກັສໂຊລີນ ແລະ ນ້ຳມັນກັ່ນ ເຊັ່ນ ນ້ຳມັນດີເຊວ ປັບຕົວເພີ່ມຂຶ້ນຢ່າງຫຼວງຫຼາຍ. ຂໍ້ມູນຢ່າງເປັນທາງການຈະເຜີຍແຜ່ໃນວັນພຸດ
ລາຄານ້ຳມັນດິບເຄື່ອນໄຫວຂຶ້ນລົງຢູ່ໃນຊ່ວງແຄບໆ 4 ໂດລາຕໍ່ບາເຣວນັບຕັ້ງແຕ່ຕົ້ນເດືອນພະຈິກ ເນື່ອງຈາກຄວາມກັງວົນກ່ຽວກັບອຸປະທານສ່ວນເກີນ ແລະ ຄວາມສ່ຽງທາງພູມິລັດຖະສາດທີ່ກ່ຽວຂ້ອງກັບການສົ່ງອອກນ້ຳມັນດິບຈາກລັດເຊຍໄປຫາປະເທດຕ່າງໆ ລວມທັງອິນເດຍ. ບົດລາຍງານສຳຄັນຈາກສຳນັກງານພະລັງງານລະຫວ່າງປະເທດ (IEA) ແລະ ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (OPEC) ຈະມີຂຶ້ນໃນທ້າຍອາທິດນີ້ ເຊິ່ງອາດຊ່ວຍໃຫ້ຄາດການແນວໂນ້ມໄດ້ຊັດເຈນຍິ່ງຂຶ້ນ
ອັບເດດລາຄາເຊົ້ານີ້
- WTI ສົ່ງມອບເດືອນມັງກອນ ເພີ່ມຂຶ້ນ 0.2% ມາຢູ່ທີ່ 58.38 ໂດລາຕໍ່ບາເຣວ ເມື່ອເວລາ 8:15 ນ. ຕາມເວລາສິງກະໂປ
- ລາຄານ້ຳມັນດິບເບຣນທ໌ ສົ່ງມອບເດືອນກຸມພາ ປິດຫຼຸດລົງ 0.9% ມາຢູ່ທີ່ 61.94 ໂດລາຕໍ່ບາເຣວ ໃນວັນອັງຄານ



