23 C
Vientiane
ວັນທີ 11 December, 2025

ເກີດເຫດໄຟໄໝ້ອາຄານ 7 ຊັ້ນ ຢູ່ອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ

Must read

ສະຖານີໂທລະພາບ ຄອມພາສ ທີວິ ລາຍງານວ່າ ວັນທີ 9ທັນວານີ້ ເກີດໄຟໄໝ້ ອາຄານ 7 ຊັ້ນ ໃນນະຄອນຫລວງ ຈາກາຕາ ຂອງອິນໂດເນ ເຊຍ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20ຄົນ ແລະ ບາດເຈັບ ອີກຈຳ ນວນໜຶ່ງ. ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ຍັງຄົງເລັ່ງ ໃຫ້ການຊ່ວຍເຫລືອ ຜູ້ຕິດ ຄ້າງ ຢູ່ພາຍໃນອາຄານ.

ອາຄານ ທີ່ເກີດເຫດ ໃນຄັ້ງນີ້ ເປັນສຳນັກງານ ຂອງ ບໍລິສັດ ເທີຣ່າໂດຣນ ອິນໂດເນເຊຍ ຊຶ່ງຈັດຫາ ໂດຣນ ສຳລັບ ກິດຈະກຳສຳ ຫລວດ ທາງອາກາດ ໃຫ້ກັບລູກຄ້າ ໃນອຸດສາຫະກຳຕ່າງໆ ຕັ້ງແຕ່ ການຂຸດ ຄົ້ນບໍ່ແຮ່ ໄປຈົນຮອດ ວຽກງານກະສິກຳ ແລະ ເປັນບໍລິສັດ ໃນກຸ່ມ Terra Drone Corporation ຂອງຍີ່ປຸ່ນ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article