
ຂປລ. ນັບເເຕ່ມື້ເລີ່ມໂຄງການເກັບກູ້ລະເບີດຢູ່ ສປປ ລາວ ແຕ່ປີ 1996 ມາຮອດປັດຈຸບັນ, ສາມາດທຳລາຍລະເບີດບໍ່ທັນເເຕກທີ່ຕົກຄ້າງ ໄດ້ທັງໝົດ 2.065.101 ໜ່ວຍ, ສາມາດຄືນພື້ນທີ່ດິນ ໃຫ້ຊຸມຊົນເພື່ອໃຊ້ປະໂຫຍດ ທາງດ້ານກະສິກໍາ, ທີ່ຢູ່ອາໄສ, ການພັດທະນາ ໄດ້ທັງໝົດ 99.580 ເຮັກຕາ.

ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ນັບແຕ່ປີ 1996 ເປັນ ຕົ້ນມາ ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນເເຕກທີ່ຕົກຄ້າງ (ລບຕ) ແມ່ນຂຶ້ນກັບ ອົງການເກັບກູ້ລະເບີດແຫ່ງຊາດ ທີ່ເຮັດວຽກກັບບັນດາຄູ່ຮ່ວມງານ ທີ່ເປັນອົງການຈັດຕັ້ງສາກົນ. ນັບ ເເຕ່ມື້ເລີ່ມໂຄງການເກັບກູ້ລະເບີດຢູ່ລາວສາມາດ ທຳລາຍລະເບີດບໍ່ທັນເເຕກທີ່ຕົກຄ້າງ ໄດ້ທັງໝົດ 2.065.101 ໜ່ວຍ, ຄືນພື້ນທີດິນ ໃຫ້ຊຸມຊົນເພື່ອໃຊ້ປະໂຫຍດ ໄດ້ທັງໝົດ 99.580 ເຮັກຕາ.

ສຳລັບຕົວເລກຄາດໝາຍວຽກງານ ລບຕ ແລະ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X (2026-2030) ທີ່ສະພາແຫ່ງຊາດຮັບຮອງ ແມ່ນຈະສືບຕໍ່ຈັດຕັ້ງສໍາຫລວດບໍ່ແມ່ນວິຊາການ ຈໍານວນບ້ານ ເພື່ອຊອກຫາຈຸດຫລັກຖານລະເບີດບໍ່ທັນແຕກ (ລະເບີດລູກຫວ່ານ) 600 ບ້ານຕໍ່ປີ; ຈັດຕັ້ງການສຳຫລວດບໍ່ແມ່ນວິຊາການ ທີ່ຢັ້ງຢືນວ່າເປັນພື້ນທີ່ອັນຕະລາຍ ທີ່ມີລະເບີດບໍ່ທັນແຕກ 25.000 ເຮັກຕາ ຕໍ່ປີ; ກວດກູ້ ລບຕ ອອກຈາກພືຶ້ນທີ່ທໍາການຜະລິດ, ເຂດຊຸມຊົນ ແລະ ເຂດຈຸດສຸມທຸລະກິດ 7.500 ເຮັກຕາ ຕໍ່ປີ; ໂຄສະນາສຶກສາຄວາມສ່ຽງຈາກ ລບຕ 1.500 ເທື່ອບ້ານຕໍ່ປີ; ຂະຫຍາຍຫລັກສູດເຂົ້າໃນສະຖາບັນການສຶກສາຕ່າງໆ 500 ແຫ່ງຕໍ່ປີ; ຟື້ນຟູ, ປິ່ນປົວ ແລະ ພັດທະນາຊິວິດການເປັນຢູ່ ຂອງຜູ້ຖືກເຄາະຮ້າຍຈາກ ລບຕ 1.200 ຄົນ ຕໍ່ປີ.

ທ່ານ ບຸນເພັງ ສີສະຫວັດ ຍັງໃຫ້ຮູ້ອີກວ່າ: ສະເພາະຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ກໍໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກອົງການຈັດຕັ້ງພັກ-ລັດ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ. ເຖິງວ່າພວກເຮົາຈະມີຄວາມຄືບໜ້າທີ່ສຳຄັນ, ແຕ່ໄພອັນຕະລາຍຈາກ ລບຕ ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫລວງ ແລະ ສັບສົນທີ່ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນຂອງຊາດຢ່າງຕໍ່ເນື່ອງ.

ສະເພາະຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ກໍໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດວຽກງານ. ວຽກໂຄສະນາສຶກສາຄວາມສ່ຽງຈາກ ລບຕ (EORE) ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນທີ່ສຸດ, ຊຶ່ງໄດ້ບັນລຸຜົນສຳເລັດອັນເປັນໜ້າພູມໃຈ ເປັນຕົ້ນ ນັບຕັ້ງແຕ່ປີ 1996 ມາເຖິງເດືອນສິງຫາ 2025 ໄດ້ຈັດກິດຈະກຳໂຄສະນາສຶກສາໄດ້ທັງໝົດ 4.418 ບ້ານ, ຈັດກິດຈະກຳແລ້ວ 41.205 ຄັ້ງ, ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດຢູ່ 5.608.152 ຄົນ. ໃນນັ້ນ, ປະກອບມີແມ່ຍິງ ແລະ ເດັກຍິງ 2.755.721 ຄົນ. ຜົນສຳເລັດນີ້, ໄດ້ຊ່ວຍເຮັດໃຫ້ພໍ່ແມ່ປະຊາຊົນ, ເດັກຍິງ ແລະ ເດັກຊາຍມີຄວາມຮູ້ກ່ຽວກັບຄວາມອັນຕະລາຍຈາກ ລບຕ ແລະ ຮູ້ວິທີຫລີກລ່ຽງ ແລະ ປ້ອງກັນອຸຕິເຫດໄດ້.

ຂ່າວ: ທະນູທອງ



