23 C
Vientiane
ວັນທີ 11 December, 2025

ເມືອງລະມາມ ເປີດຂະບວນການສັກວັກຊິນ ກັນມະເຮັງປາກມົດລູກ

Must read

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊິນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມ ບ້ານໂນມີໄຊ ໃນວັນທີ 9 ທັນວາ 2025 ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງ ເມືອງລະມາມ, ທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກ ແຂວງເຊກອງ, ທ່ານ ດຣ. ກິດສະດາ ນໍລະແສງ ຜູ້ຊ່ວຍປະສານງານວຽກງານວັກຊິນ ອົງການອະນາໄມໂລກ ປະຈໍາ ແຂວງເຊກອງ ພ້ອມດ້ວຍອໍານາດການປົກຄອງ 6 ບ້ານເທສະບານເມືອງ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ທ່ານ ນາງ ພອນໄພ ສີວິໄລ ໄດ້ກ່າວວ່າ: ການສັກວັກຊິນກັນມະເຮັງປາກມົດລູກ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຫລາຍ ເນື່ອງຈາກເປັນການປົກປ້ອງສຸຂະພາບຂອງແມ່ຍິງ ແລະ ເດັກຍິງ ໃນໄວຮຽນ ຊຶ່ງເປັນຜູ້ສືບທອດພາລະກິດຂອງຊາດ ແລະ ເປັນການລົງທຶນດ້ານສຸຂະພາບ ໃນໄລຍະຍາວ ເພື່ອຊ່ວຍຫລຸດຜ່ອນອັດຕາການເກີດພະຍາດ ໂດຍໃນປີ 2025 ກຸ່ມເປົ້າໝາຍເດັກຍິງ ອາຍຸ 10 ປີ ທົ່ວເມືອງລະມາມ ມີ 516 ຄົນ ແລະ ຄາດໝາຍຈະໃຫ້ບັນລຸໃນການສັກວັກຊິນ 100% ເພື່ອເປັນການປ້ອງກັນພະຍາດແຕ່ຫົວທີ.

ໂອກາດນີ້, ທ່ານ ດຣ. ເພັດສະໄໝ ເທບວົງສາ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ການເປີດຂະບວນການສັກວັກຊິນ ກັນມະເຮັງປາກມົດລູກ ແມ່ນເປີດພ້ອມກັນ ໃນ 4 ເມືອງ ແລະ ການຈັດຕັ້ງປະຕິບັດການໃຫ້ສັກວັກຊິນ (HPV) ມີພຽງເຂັມດຽວ ສາມາດປ້ອງກັນໄດ້ຕະຫລອດຊີວິດ ຊຶ່ງໃນເດັກຍິງກຸ່ມເປົ້າໝາຍ ທົ່ວແຂວງເຊກອງ ມີ 1.822 ຄົນ ໃນນີ້, ເມືອງລະມາມ 516 ຄົນ, ເມືອງກະລຶມ 464 ຄົນ, ເມືອງດາກຈຶງ 319 ຄົນ ແລະ ເມືອງທ່າແຕງ 1.395 ຄົນ, ຊຶ່ງຄາດໝາຍການສັກວັກຊິນ ຈະໃຫ້ບັນລຸຫລາຍກວ່າ 95%. ນອກນັ້ນ, ກໍຍັງມີເປົ້າໝາຍສັກວັກຊິນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ໃນເດັກຍິງ-ເດັກຊາຍ ຊັ້ນ ປ1 ທົ່ວແຂວງທັງໝົດ 4.368 ຄົນ ໂດຍເມືອງລະມາມ ມີ 1.235 ຄົນ, ກະລຶມ ມີ 1.023 ຄົນ, ດາກຈຶງ ມີ 733 ຄົນ ແລະ ເມືອງທ່າແຕງ ມີ 1.395 ຄົນ. ສຳລັບຂະບວນການໃຫ້ວັກຊິນ ປ້ອງກັນມະເຮັງປາກມົດລູກ ຈະໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ນັບແຕ່ວັນທີ 9 ໄປຈົນຮອດ 21 ທັນວາ 2025 ໂດຍມອບໃຫ້ສາທາລະນະສຸກເມືອງ ເຄື່ອນໄຫວຕາມກອບເວລາທີ່ກຳນົດໄວ້ໃຫ້ສໍາເລັດ.

ຂ່າວ-ພາບ: ພຸດທະສອນ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article