23 C
Vientiane
ວັນທີ 11 December, 2025

ງົດງາມຫລາຍ ສິຣິທອນ ລີອາລາມວັດ Miss Internationnal 2019 ຜູ້ທີ່ໄດ້ຈັບປ້າຍຂະບວນຕົວແທນປະເທດລາວໃນການເດີນສວນສະໜາມຂອງພິທີເປີດງານກິລາຊີເກມ ຄັ້ງທີ 33

Must read

ສຳລັບການເດີນຂະບວນໃນຄັ້ງນີ້ທາງປະເທດໄທ (ເຈົ້າພາບ) ແມ່ນໄດ້ຈັດສັນເອົານາງງາມທີ່ມີຊື່ສຽງ ແລະ ມີອິດທິພົນໃນປະເທດໄທ ເພື່ອມາຄັດເລືອກເປັນຕົວແທນຖືປ້າຍຂະບວນເປັນຕົວແທນຂອງ 11 ປະເທດອາຊຽນ.

ສຳລັບຜູ້ທີ່ໄດ້ຮັບໜ້າທີ່ຖືປ້າຍນໍາຂະບວນໃຫ້ປະເທດລາວໃນຄັ້ງນີ້ແມ່ນ ສິຣິທອນ ລີອາລາມວັດ Miss Internationnal 2019 ເປັນຍິງຄົນທຳອິດຂອງປະເທດໄທທີ່ໄດ້ຮັບຕໍາແໜ່ງຊະນະເລີດ ຂອງເວທີ Miss International ທີ່ໄດ້ຈັດຂຶ້ນທີ່ປະເທດຍີ່ປຸ່ນ🇯🇵.

ນອກຈາກການເປັນນາງງາມແລ້ວ ສິຣິທອນ ລີອາລາມວັດ ຍັງເປັນແພດ ແລະ ມີບົດບາດຊ່ວຍເຫຼືອສັງຄົມໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ Covid 19 ຊ່ວຍເຫຼືອຜູ້ທີ່ຂາດແຄນອາຫານ ແລະ ຍັງມອບອຸປະກອນປ້ອງກັນສຸຂະພາບອີກດ້ວຍ.

ຖືວ່າເປັນນາງງາມທີ່ຄອງຕໍາແໜ່ງ Miss International ຍາວນານທີ່ສຸດເຖິງ 3 ປີ ຕັ້ງແຕ່ປີ 2019-2021 ເພາະມີການແຜ່ລະບາດຂອງພະຍາດ Covid 19 ທາງກອງປະກວດຈຶ່ງບໍ່ສາມາດຈັດການປະກວດໄດ້.

ສຸດທ້າຍແລ້ວ ສິຣິທອນ ລີອາລາມວັດ Internationnal 2019 ກໍຍັງເປັນທີ່ຍອມຮັບຂອງຄົນໃນສັງຄົມ ເພາະເປັນຕົວຢ່າງຂອງ ຄວາມງາມ, ຄວາມສະຫຼາດ ແລະ ຄວາມເປັນມືອາຊີບ. ມັນສະທ້ອນໃຫ້ເຫັນວ່າເຖິງທ່ານຈະມີອາຊີບທົ່ວໄປ ກໍສາມາດເຮັດຕາມຄວາມຝັນໄດ້ ຖ້າມີຄວາມຕັ້ງໃຈ ແລະ ບໍ່ຍອມແພ້.

ພາບ: Pairot

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article