23 C
Vientiane
ວັນທີ 11 December, 2025

ຮອງປະທານ-ຜູ້ປະຈຳການຄະນະກຳມະການປກຊ-ປກສ ຊຸກຍູ້ວຽກກໍ່ສ້າງສາງສ້ອມແປງເຄື່ອນທີ່ ເລກ 1

Must read

ຂປລ. ຕອນບ່າຍວັນທີ 8 ທັນວາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ-ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ໂຄງ ການກໍ່ສ້າງສາງສ້ອມແປງເຄື່ອນທີ່ເລກ 1 ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພົນຕີ ເດີມີຕີຣ ຄຣາຍຢຽບ ວາລາດີເມຍໂຣວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາສະຫາຍ ໃນຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງສາງສ້ອມແປງເຄື່ອນທີ່ເລກ 1, ຄະນະຊ່ຽວຊານ ສ ຣັດເຊຍ ແລະ ວິຊາການ ທີ່ກ່ຽວຂ້ອງຂອງຝ່າຍລາວ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພັນເອກ ສີສຸກ ພົມມະຈັນ ຮອງຫົວໜ້າກົມເສນາເຕັກນິກ, ກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອດ້ານພາຫະນະ,ອຸປະ ກອນ-ເຕັກນິກ ສ້ອມແປງຈາກກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃຫ້ແກ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີເນື້ອທີ່ທັງໝົດ 33.5 ເຮັກຕາ, ເຂດເຕັກນິກ 24,5 ເຮັກຕາ, ເຂດບໍລິຫານ 9 ເຮັກຕາ ໂດຍໄດ້ແບ່ງເປັນ 2 ເຂດ ຄື: ເຂດເຕັກນິກ ປະກອບມີ 23 ໜ້າວຽກ ແລະ ເຂດບໍລິຫານ ປະກອບມີ 6 ໜ້າວຽກ, ຊຶ່ງແມ່ນບໍລິສັດ ພີເອັດສແອວກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນພະຈິກ 2024, ມາຮອດປັດຈຸບັນ ສໍາເລັດ 70%. ສໍາລັບການຕິດຕັ້ງອຸປະກອນສ້ອມແປງ ແລະ ອື່ນໆຈາກກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ແມ່ນໄດ້ສໍາເລັດ 100%. ຫລັງຈາກນັ້ນ, ສະຫາຍຮອງນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມບັນດາໂຄງສ້າງຕ່າງໆ, ລວມທັງພາຫະນະ-ກົນຈັກ, ອຸປະກອນເຕັກນິກ ພາຍໃນໂຄງການ ໂດຍແມ່ນສະຫາຍ ພົນຕີ ບັບກິນ ຢູຣີ ອາເລັກຊານໂດຣວິຈ, ຜູ້ຕາງໜ້າຈາກບໍລິສັດ ທຣານສຄອມ ສ ຣັດເຊຍ ເປັນຜູ້ນຳສະເໜີໃຫ້ຊາບທາງດ້ານຂໍ້ມູນຕ່າງໆ.

ໃນໂອກາດດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຝ່າຍຣັດເຊຍ ໂດຍສະເພາະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ທີ່ໃຫ້ການຊ່ວຍເຫລືອທາງດ້ານຕ່າງໆ, ທັງໄດ້ສົ່ງຊ່ຽວຊານມາຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໃຫ້ຮັບປະກັນຄຸນນະພາບ ແລະ ດຳເນີນຕາມແຜນການທີ່ກໍານົດໄວ້, ຊຶ່ງໂຄງການດັ່ງກ່າວ ຈະຊ່ວຍຍົກລະດັບຄວາມສາມາດ ກໍຄືປະສິດທິພາບ-ປະສິດທິຜົນ ແລະ ຄວາມທັນສະໄໝ ໃນວຽກງານປ້ອງກັນຊາດ ຂອງ ສປປ ລາວ ໃຫ້ສູງຂຶ້ນກວ່າເກົ່າ; ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດໂຄງການ ມີຄວາມຄືບໜ້າເປັນຢ່າງດີ. ຫລັງຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສືບຕໍ່ໄປຢ້ຽມຢາມໂຮງງານມິດຕະພາບລາວ-ຫວຽດນາມ(ຫລັກ 9) ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article