23 C
Vientiane
ວັນທີ 11 December, 2025

ເລີ່ມແລ້ວກິລາຊີເກມຄັ້ງທີ 33 ຢ່າງເປັນທາງການ! ລາວສົ່ງທັບ ກິລາ 39 ປະເພດ ຕັ້ງເປົ້າໄວ້ 5 ຄຳ

Must read

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ. ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.

ໃນພິທີເປີດງານຄັ້ງນີ້ ເຈົ້າພາບ ໄດ້ຈັດການສະແດງ 5 ຊຸດ ເຊັ່ນ: “BACK TO THE ORIGIN – ສູ່ຈຸດເລີ່ມຕົ້ນ ”, “ IGNITE THE GAME – ປຸກພະລັງສູ່ການແຂ່ງຂັນ”, “WE ARE ONE – WE ARE CONNECTED BY THE SEA – ສາຍນໍ້າເຊື່ອມດວງໃຈເປັນໜຶ່ງດຽວ”, “ONE SPIRIT – ຈິດວິນຍານແຫ່ງຄວາມເປັນໜຶ່ງ” ແລະ “BLOOMING OF ONE VICTORY – ມິດຕະພາບ ຄືໄຊຊະນະ”. ທຸກການສະແດງສ່ອງແສງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງບັນດາປະເທດໃນອາຊຽນ ແລະ ສິລະປະຕໍ່ສູ້ຂອງມວຍໄທ ປະສານກັບແສງສີສຽງຢ່າງງົດງາມ.

ຄະນະນັກກິລາລາວ ເປັນຂະບວນທີ 4 ໃນການເດີນສວນສະໜາມ ໂດຍມີ ວິລະສັກ ລາດຊະວົງ ນັກກິລາເປຕັງ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 32, ເປັນຜູ້ຖືທຸງ. ຄະນະນັກກິລາລາວ ນຳໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ.

ງານກິລາຊີເກມ ຄັ້ງທີ 33 ນີ້ ເປັນຄັ້ງທີ 7 ທີ່ປະເທດໄທ ເປັນເຈົ້າພາບ. ມີນັກກິລາເຂົ້າຮ່ວມທັງໝົດ 12.506 ຄົນ ຊີງໄຊ 574 ຫຼຽນຄຳ ໃນ 50 ປະເພດກິລາ.

ສະເພາະ ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ 500 ກວ່າຄົນ ໃນ 39 ກິລາ ພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ.

ງານມະຫະກຳກິລາຊີເກມ ຄັ້ງທີ 33 ຈະແຂ່ງຂັນຈົນໄປເຖິງວັນທີ 20 ທັນວາ 2025 ຈຶ່ງຈະສຳເລັດ.

Screenshot
- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article