26 C
Vientiane
ວັນທີ 11 December, 2025

ອຸປະຕິເຫດລົດໃຫຍ່ຕຳອ້າຍຈົວໃນຂະນະອອກບິນທະບາດ ໄດ້ບາດເຈັບ 2 ອົງ

Must read

ມູນນິທິຮ່ວມໃຈ ລາຍງານວ່າ: ໃນວັນທີ 07/12/2025 ເວລາປະມານ 06:50ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ1630 ກໍລະນີ ມີເຫດລົດໃຫຍ່ຕໍາສະມະເນນ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 2 ອົງ

ອົງທີ 1 ອາຍຸ 20 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນບາດເປີກຕາມຕົນໂຕ, ຫົວແຕກ.

ອົງທີ 2 ອາຍຸ 16 ປີ ວັດໜອງສ້າງທໍ່ ເມືອງໄຊເສດຖາ, ອາການເບື້ອງຕົ້ນແມ່ນ ຫາຍໃຈຝືດ, ແໜ້ນໜ້າເອິກ.

ເບື້ອງຕົ້ນໜ່ວຍກູ້ໄພ ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຄົນເຈັບໄປຍັງໂຮງໝໍ 150 ຕຽງ ເພື່ອປິ່ນປົວ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article