23 C
Vientiane
ວັນທີ 12 December, 2025

ອັດຕະປື ອະໄພຍະໂທດ-ຫລຸດຜ່ອນໂທດ ໃຫ້ນັກໂທດທີ່ມີຄວາມກ້າວໜ້າ

Must read

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ປະກາດອະໄພຍະໂທດ ໃຫ້ແກ່ນັກໂທດທີ່ມີຄວາມກ້າວໜ້າ 68 ຄົນ ຍິງ 11 ຄົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 9 ທັນວາ 2025 ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ປະທານຄະນະກຳມະການອາໄພຍະໂທດຂັ້ນແຂວງ, ມີຄະນະກຳມະການອະໄພຍະໂທດຂັ້ນແຂວງ, ອໍານາດການປົກຄອງບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິໄລວັນ ແກ້ວເຮືອງສີ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື ຮອງປະທານຄະນະກຳມະການອາໄພຍະໂທດຂັ້ນແຂວງ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ຊຶ່ງປະທານປະເທດ ໄດ້ຕົກລົງໃຫ້ອະໄພຍະໂທດ ແກ່ນັກໂທດ ໃນທົ່ວປະເທດ 2.858 ຄົນ ຍິງ 362 ຄົນ, ຄົນຕ່າງປະເທດ 59 ຄົນ ຍິງ 7 ຄົນ ໃນນີ້, ນັກໂທດທີ່ໄດ້ຮັບອະໄພຍະໂທດຫລຸດຜ່ອນໂທດ ມີ 2.622 ຄົນ ຍິງ 329 ຄົນ, ຕ່າງປະເທດ 57 ຄົນ ຍິງ 6 ຄົນ, ນັກໂທດ ທີ່ມີໂທດຕະຫລອດຊີວິດ ໄດ້ຮັບການອະໄພຍະໂທດຫລຸດຜ່ອນໂທດ ມາເປັນໂທດກຳນົດ 20 ປີ ມີ 42 ຄົນ ແລະ ນັກໂທດ ທີ່ໄດ້ຮັບອະໄພຍະໂທດປ່ອຍຕົວ ມີ 236 ຄົນ ຍິງ 33 ຄົນ, ຕ່າງປະເທດ 2 ຄົນ ຍິງ 1 ຄົນ.

ສຳລັບຢູ່ແຂວງອັດຕະປື ໃນປີ 2025 ມີນັກໂທດທີ່ມີຄວາມກ້າວໜ້າ, ດີເດັ່ນ ແລະ ຄົບຕາມມາດຖານເງື່ອນໄຂ ທີ່ໄດ້ຮັບການສະເໜີອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວ 68 ຄົນ ຍິງ 11 ຄົນ ໃນນີ້, ອະໄພຍະໂທດຫລຸດຜ່ອນໂທດ 45 ຄົນ ຍິງ 7 ຄົນ, ອະໄພຍະໂທດປ່ອຍຕົວ 23 ຄົນ ຍິງ 4 ຄົນ.

ໂອກາດນີ້, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ຍົກໃຫເຫັນເຖິງການລົງໂທດຕໍ່ນັກໂທດ ບໍ່ແມ່ນເປັນການທໍລະມານຄົນ ຫລື ກັກຂັງໜ່ວງໜ່ຽວແບບໄຮ້ມະນຸດສະທຳ, ແຕ່ເປັນການປາບປາມພະຍາດແນວຄິດທີ່ບໍ່ດີ ເພື່ອກອບກູ້ເອົາຊີວິດຂອງຜູ້ຫລົງຜິດ ໃຫ້ກາຍມາເປັນພົນລະເມືອງດີຂອງສັງຄົມ ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນ ແລະ ສ້າງສາພັດທະນາຄອບຄົວ, ດຳລົງຊີວິດຢູ່ໃນສັງຄົມຢ່າງປອດໃສ. ພ້ອມທັງຍັງໄດ້ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວ ໄດ້ຫັນປ່ຽນແນວຄິດຈິດໃຈ ປະຖິ້ມໃນການກະທຳທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີການກະທຳທີ່ເປັນການລະເມີດກົດໝາຍ, ຮີດຄອງປະເພນີອັນດີງາມຂອງຊາດ ແມ່ນຫ້າມເດັດຂາດ, ສ່ວນຜູ້ທີ່ໄດ້ຮັບການຜ່ອນໂທດ ກໍໃຫ້ເອົາໃຈໃສ່ສ້າງຜົນງານ, ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການອອກແຮງງານ, ເຄົາລົບເຈົ້າໜ້າທີ່ ບໍ່ໃຫ້ມີແນວຄິດອະຄະຕິ ແລະ ເຕັ້ນໂຕນໂຍນໜີ ເພື່ອໃຫ້ມີໂອກາດໄດ້ຮັບການຜ່ອນໂທດໃນປີຕໍ່ໄປ ແລະ ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງ, ອຳນາດການປົກຄອງເມືອງ, ບ້ານ, ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ບ່ອນນັກໂທດອາໄສຢູ່ ຕ້ອງມີການຕິດຕາມກວດກາພຶດຕິກຳ ການປະພຶດ ການກະທຳຂອງນັກໂທດ ທີ່ໄດ້ຮັບການປ່ອຍຕົວ, ເອົາໃຈໃສ່ສຶກສາອົບຮົມ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງບ້ານເມືອງ ເພື່ອໃຫ້ເປັນຄົນດີຂອງຄອບຄົວ ແລະ ສັງຄົມ.

ຂ່າວ: ໄຊຈະເລີນ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article