
ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາຊາຍແດນລາວ-ຫວຽດ ນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອຕິດຕາມເບິ່ງສະພາບຕົວຈິງຈຸດທີ່ເປ່ເພ ເສຍຫາຍຈາກການນໍາໃຊ້ງານທີ່ຍາວນານ, ການສັນຈອນຂອງລົດບັນທຸກທີ່ເພີ່ມຂຶ້ນ. ພ້ອມນີ້, ກໍໄດ້ລົງຕິດຕາມການກໍ່ສ້າງຈຸດບໍລິການເກັບເງິນຄ່າຜ່ານທາງ ເພື່ອເປັນແຫລ່ງທຶນໃນການປັບປຸງສ້ອມແປງທາງຫລວງແຫ່ງຊາດເລກ 9 ຕາມທິດນະໂຍບາຍຫັນປ່ຽນໃໝ່ ຂອງລັດຖະບານ ກໍຄື ກະຊວງ ຍທຂ.

ໂອກາດນີ້, ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ການປັບປຸງສ້ອມແປງທາງແມ່ນຢູ່ໃນຂັ້ນຕອນ ຕາບຈຸດທີ່ເປັນຂຸມ ໂດຍການນໍາໃຊ້ກົນຈັກທັນສະໄໝ ເພື່ອປັບໜ້າທາງທີ່ບໍ່ຮາບພຽງ, ປັບລະດັບ ເຄຣຍລິ້ງ ຈຸດບໍລິການເກັບເງິນຄ່າຜ່ານທາງ ດ້ວຍລະບົບທັນສະໄໝ ທັງໝົດມີ 4 ຈຸດ: ຈຸດທີ 1: ກມ 25+100 ບ້ານນາຈະລີດ ເມືອງອຸທຸມພອນ, ໄລຍະທາງຫ່າງຈາກວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ມີຄວາມຍາວ 18,400 ກິໂລແມັດ; ຈຸດທີ 2: ກມ 88+800 ບ້ານບົວຄໍາ ເມືອງອາດສະພັງທອງ, ໄລຍະທາງຫ່າງຈາກຈຸດເກັບເງິນທີ 1 ມີຄວາມຍາວ 63,700 ກິໂລແມັດ; ຈຸດທີ 3: ກມ 186+450 ບ້ານໜອງກົມ ເມືອງເຊໂປນ ໄລຍະທາງຫ່າງຈາກຈຸດເກັບເງິນທີ 2 ມີຄວາມຍາວ 97,650 ກິໂລແມັດ; ຈຸດທີ 4: ກມ 230+625 ບ້ານສະໜູນ ເມືອງເຊໂປນ ໄລຍະທາງຫ່າງຈາກຈຸດເກັບເງິນທີ 3 ມີຄວາມຍາວ 44,175 ກິໂລແມັດ.

ໂຄງການຟື້ນຟູ ແລະ ບູລະນະຮັກສາ ທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ການອອກແບບ ບູລະນະຮັກສາ ແລະ ສ້ອມແປງ ນໍາໃຊ້ມາດຕະຖານຕໍ່າສຸດເປັນທາງຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ, ໜ້າທາງປູອັດສະຟານ ຄວາມໜາຍ 8-10 ຊັງຕີແມັດ, ໜ້າທາງກວ້າງ 9-12 ແມັດ; ສໍາລັບຈຸດເກັບເງິນ ໜ້າທາງປູດ້ວຍເບຕົງ ຄວາມໜາ 30 ຊັງຕີແມັດ, ໜ້າທາງກວ້າງ 34 ແມັດ; ສໍາລັບເກັບຄ່າບໍລິການຜ່ານທາງຫລວງແຫ່ງຊາດເລກ 9 ໂດຍເກັບສະເພາະລົດບັນທຸກ 12 ໂຕນຂຶ້ນໄປ. ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບເລກທີ 665/ຫສນຍ, ລົງວັນທີ 24 ເມສາ 2025 ເຫັນດີໃຫ້ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ໃນໄລຍະ 10 ປີ. ສໍາລັບງົບປະມານນໍາໃຊ້ ແມ່ນກະຊວງການເງິນ ຈະສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງໄດ້ຈາກການເກັບເງິນຄ່າບໍລິການຜ່ານທາງດັ່ງກ່າວ, ທີ່ນໍາໃຊ້ລະບົບເກັບເງິນແບບທັນສະໄໝ ຂອງກອງທຶນທາງ ໂດຍຜ່ານທະ ນາຄານ ແລ້ວຈ່າຍຄືນໃຫ້ລັດວິສາຫະກິດກໍ່ສ້າງທາງເລກ 8.

ຂ່າວ: ກະຊວງ ຍທຂ



