23 C
Vientiane
ວັນທີ 11 December, 2025

ເຊກອງ ຈະສູ້ຊົນສົ່ງອອກສິນຄ້າ ໃຫ້ບັນລຸ 2.570 ລ້ານກວ່າໂດລາ

Must read

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າ ໃຫ້ບັນລຸ 2.575,60 ລ້ານໂດລາສະຫະລັດ (ສະເລ່ຍ 515,12 ລ້ານໂດລາຕໍ່ປີ); ການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 1.081,40 ລ້ານໂດລາສະຫະລັດ (ສະເລ່ຍ 216,28 ລ້ານໂດລາຕໍ່ປີ); ສ້າງມູນຄ່າຈໍລະຈອນສິນຄ້າໃຫ້ບັນລຸ 2.900,02 ຕືິ້ກີບ (ສະເລ່ຍ 580 ຕື້ກີບຕໍ່ປີ) ແລະ ສູ້ຊົນເຮັດໃຫ້ລວມຍອດອຸດສາຫະກໍາປຸ່ງແຕ່ງ ແລະ ຫັດຖະກໍາ ບັນລຸໄດ້ 4.079,09 ຕື້ກີບ (ສະເລ່ຍ 978,23 ຕືິ້ກີບຕໍ່ປີ).

ອີງຕາມຂໍ້ມູນແຜນພັດທະນາ ເສດຖະກິດ-ສັງຄົມ ແຂວງເຊກອງ 5 ປີ (2026-2030) ໃຫ້ຮູ້ວ່າ: ແຂວງເຊກອງຈະເອົາໃຈໃສ່ສົ່ງເສີມ ແລະ ພັດທະນາທ່າແຮງບົ່ມຊ້ອນ ຂອງແຂວງ ກໍຄື ບັນດາເມືອງ ເພື່ອຍູ້ໜູນໃຫ້ມີການຊົມໃຊ້ພາຍໃນ ແລະ ສ້າງເປັນສິນຄ້າສົ່ງອອກໃຫ້ຫລາຍຂຶ້ນ; ປັບປຸງໂຄງປະກອບເສດຖະກິດ ໂດຍຖືເອົາກະສິກໍາ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ ໄປຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມ ຂອງການຜະລິດສິນຄ້າ ແລະ ການບໍລິການ ເຮັດໃຫ້ສັດສ່ວນໂຄງປະກອບດ້ານອຸດສາຫະກໍາ ເພີ່ມຂຶ້ນໃນແຕ່ລະປີ, ສືບຕໍ່ຍູ້ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ ຂອງລະບົບເສດຖະກິດ ເພື່ອກະຕຸ້ນການເຕີບໂຕທາງດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ເປັນຖານລາຍຮັບງົບປະມານທີ່ໝັ້ນຄົງ.

ພ້ອມກັນນີ້, ສຸມໃສ່ການປຸງແຕ່ງຜະລິດຕະພັນກະສິກໍາ, ຊຸກຍູ້ສົ່ງເສີມ ແລະ ຂະຫຍາຍໂຮງງານອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ທົດແທນການນໍາເຂົ້າ ໂດຍສະເພາະໂຮງງານປຸງແຕ່ງກາເຟ, ໂສມ ແລະ ຜົນຜະລິດກະສິກໍາອື່ນໆ ພ້ອມທັງຊຸກຍູ້ຫັດຖະກໍາ-ຈັກສານ, ຕໍ່າແຜ່ນແພຊົນເຜົ່າທີ່ເປັນເອກະລັກ ເພື່ອແປຮູບເປັນຜະລິດຕະພັນຕ່າງໆ ໃຫ້ຕິດພັນກັບການຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໃຫ້ມີສ່ວນຮ່ວມໃຫ້ຫລາຍຂຶ້ນ; ຄົ້ນຄວ້າໃນການພັດທະນາ ລະບົບຖານຂໍ້ມູນຄຸ້ມຄອງໂຮງງານປຸງແຕ່ງກະສິກໍາ ດ້ວຍລະບົບທັນສະໄໝ; ສ້າງກົນໄກ ແລະ ຕ່ອງໂສ້ການຜະລິດ ເລີ່ມຈາກສະໜອງວັດຖຸດິບ-ການປຸ່ງແຕ່ງ-ຕະຫລາດ; ກໍານົດແບ່ງເຂດອຸດສາຫະກໍາທີ່ຊັດເຈນ, ຈັດຕັ້ງກຸ່ມ ແລະ ສະຫະກອນການຜະລິດວັດຖຸດິບຢ່າງເປັນລະບົບ, ການສະໜອງທີ່ພຽງພໍ ເພື່ອຮັບປະກັນໃຫ້ໄດ້ຕ່ອງໂສ້ການຜະລິດສີຂຽວ ແລະ ມີຄວາມຍືນຍົງ.

ຂ່າວ: ສັນຍາ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article