23 C
Vientiane
ວັນທີ 12 December, 2025

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ

Must read

ແຈ້ງຂ່າວບຸນ ຈະຈັດງານບຸນ ເພື່ອອຸທິດໃຫ້ແກ່ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຄົບຮອບ 105 ປີ ໃນວັນທີ 12-13/12/2025 ທີ່ຫໍພິພິທະພັນ ປະທານໄກສອນ ມ.ໄຊທານີ ນວ

ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025, ຄອບຄົວພົມວິຫານ, ຄະນະຮັບຜິດຊອບຈັດຕັ້ງກອງບຸນ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຈິດໃຈເຫຼື້ອມໃສສັດທາໃນພຣະພຸດທະສາສະຫນາ ໄດ້ພ້ອມພຽງກັນຈັດຕັ້ງກອງບຸນຂຶ້ນ 13 ກອງ ເພື່ອອຸທິດສ່ວນກຸສົນໃຫ້ແກ່ທ່ານປະທານໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດຄົບຮອບ 105 ປີ ເພື່ອລະນຶກເຖິງຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.

ພ້ອມດຽວ ກັນນີ້ເປັນການຂ່ໍານັບຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ງານບຸນດັ່ງກ່າວຈະໄດ້ຈັດຂຶ້ນ ທີ່ຫໍພິພິຕະພັນປະທານໄກສອນ ພົມວິຫານ (ຫຼັກ 6) ເຊິ່ງມີລາຍລະອຽດລຸ່ມນີ້:

– ວັນສຸກ, ວັນທີ 12 ທັນວາ 2025 ກົງກັບມື້ແຮນ 07 ຄ່ໍາ ເດືອນ 0 I, ພ.ສ. 2568 ເປັນມື້ຫ້າງຫາກະກຽມຕັ້ງກອງບຸນ, ຮັບເພາະດົນທະນາທານ ເວລາ 7:00 ໂມງ ພິທີໄຫວ້ພຣະ, ຮັບສົນ, ສູດປະຣິຕະມຸງຄຸນ, ຟັງທໍາມະເທສະຫນາ 2 ກັນ, ຖວາຍບ້າງປັດໄຈ ແລະ ເຄື່ອງບໍລິວານຕ່າງໆ ແດ່ພຣະສົງ 105 ອົງ. ຄາຣະວະ, ຊັບພອນ, ຢາດນໍ້າ – ວັນເສົາ.

– ວັນທີ 13 ທັນວາ 2025 ກົງກັບມື້ແຮມ 08 ຄໍ່າ ເດືອນ 0 1 ພ.ສ. 2568 ເວລາ 07:00 ໂມງ ພິທີໄຫວ້ພຣະ, ຊັບສິນ, ຖວາຍເຄື່ອງໃສ່ບາດ, ຖວາຍກອງບຸນ ແລະ ເຄື່ອງບໍ່ ລິວານຕ່າງໆ, ຟັງທໍາມະເທສະຫນາ, ຄາຣະວະ, ຮັບພອນ, ຢາດນໍ້າ ແລະ ໃສ່ບາດແດ່ພຣະສົງ 105 ອົງ. ຫຼັງຈາກນັ້ນ, ພຣະສົງສັນຈັງຫັນ ແລະ ຄາລະວາດ ຮັບປະທານອາຫານເຊົ້າ (ຈົບພິທີ).

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article