23 C
Vientiane
ວັນທີ 12 December, 2025

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

Must read

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.

ຕາມແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີ (2026-2030) ຂອງແຂວງເຊກອງໄດ້ມີແຜນສ້າງບຸຄະລາກອນທົ່ວແຂວງມີດັ່ນີ້: ແຂວງເຊກອງ ຈະສູ້ຊົນເອົາໃຈໃສ່ຝຶກ ແລະ ຍົກລະດັບສີມືແຮງງານໃຫ້ມີຄວາມຫຼາກຫຼາຍສາຂາອາຊີບ, ຫຼາຍລະດັບສີມື, ມີຄວາມຊໍານານງານ ແລະ ມີລະບຽບວິໄນ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນເສດຖະກິດ-ສັງຄົມ; ສົ່ງເສີມການສ້າງວຽກເຮັດງານທໍາທີ່ໝັັ້ນຄົງ ແລະ ມີລາຍໄດ້ທີ່ສົມເຫດສົມຜົນ; ສ້າງມາດຕະຖານ, ສ້າງຫຼັກສູດ, ສ້າງລະບົບປະກັນຄຸນນະພາບການພັດທະນາສີມືແຮງງານໃຫ້ມີຫຼາຍລະດັບ; ຈັດຕັັ້ງການທົດລອງ ແລະ ອອກໃບຢັັ້ງຢືນສີມືແຮງງານໃຫ້ກຸ່ມເປົ້າໝາຍຕ່າງໆ ຕາມຄວາມຕ້ອງການ ແລະ ໜ້າວຽກຂອງຫົວໜ່ວຍແຮງງານ;ພັດທະນາລະບົບຂໍ້ມູນ-ຂ່າວສານຕະຫຼາດແຮງງານ ແລະ ລະບົບການບໍລິການຈັດຫາງານໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ຫຼາຍຮູບແບບ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ ແລະ ດຸ່ນດ່ຽງຄວາມອາດສາມາດໃນການສະໜອງກໍາລັງແຮງງານໃຫ້ເຂົ້າເຖິງຕໍາແໜ່ງງານ ແລະ ສາມາດປະກອບອາຊີບອິດສະຫລະ.ພ້ອມນີ້, ຈະກໍ່ສ້າງກົນໄກການປະສານງານ ກັບຄູ່ຮ່ວມງານຈາກພາກລັດ ແລະ ພາກເອກະຊົນ ເພື່ອສົ່ງເສີມການຫັນການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ; ປັບປຸງກົນໄກການບໍລິການຈັດຫາງານໃຫ້ແຮງງານເຄື່ອນຍ້າຍພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການສ້າງວຽກເຮັດງານທໍາຢູ່ຊົນນະບົດ, ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ປະກອບສ່ວນພັດທະນາສືມືແຮງງານ ແລະ ແກ້ໄຂບັນຫາແຮງງານຕ່າງປະເທດ ມາເຮັດວຽກຢູ່ພາຍໃນແຂວງໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

(ຂ່າວ: ສັນຍາ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article