
ຂປລ. ອົງການກວດກາແຫ່ງລັດ ຮ່ວມກັບ ອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ໄດ້ຈັດພິທີສະເຫລີມສະຫລອງວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025 ໃນວັນທີ 8 ທັນວາ 2025, ພາຍໃຕ້ຄໍາຂວັນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫລວງ ເພື່ອສ້າງອະນາຄົດອັນສົດໃສ” ໂດຍມີ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ, ທະນາ ຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ, ມີຜູ້ຕາງໜ້າທູຕານຸທູດ, ບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໃນພິທີ ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫລວງສາກົນ ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫລວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫລວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫລື ໃຫຍ່, ທຸກຍາກ ຫລື ຮັ່ງມີ ກໍລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ. ການສໍ້ລາດບັງຫລວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນກໍາລັງແຮງ ກໍຄື ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫລວງຄືດັ່ງກ່າວ ຈຶ່ງໄດ້ມີການຄົ້ນຄວ້າສ້າງກົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດທິຜົນຕໍ່ການກະທໍາ ຫລື ພຶດຕິກໍາທີ່ເປັນການສໍ້ລາດບັງຫລວງ.

ທ່ານ ວິໄລວັນ ບຸດດາຄຳ ຍັງໃຫ້ຮູ້ອີກວ່າ: ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການ ຕ້ານການສໍ້ລາດບັງຫລວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ ນິວຢອກ, ສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກ, ມາຮອດປັດຈຸບັນມີ 190 ປະເທດເຂົ້າເປັນພາຄີ. ສໍາລັບ ສປປ ລາວ ແມ່ນໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ກອງປະຊຸມອົງການສະຫະປະຊາຊາດ ປີ 2003 ຍັງໄດ້ ອອກຍັດຕິ 58/4 ກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫລວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງຂອງບັນດາປະຊາຊາດໃນໂລກ.
ສຳລັບ ສປປ ລາວ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ໃນນັ້ນ, ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆຫລາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫລາຍຮູບການເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫລວງ, ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມກັນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢ່າງກວ້າງຂວາງ.
ພ້ອມນີ້, ໃນພິທີ ຍັງໄດ້ເຜີຍແຜ່ຄວາມຮູ້ພື້ນຖານ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ມີກິດຈະກຳຖາມ-ຕອບ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຕື່ມອີກ.

ຂໍ້ມູນ-ພາບ: ສຳນານ



