25 C
Vientiane
ວັນທີ 13 December, 2025

ລາຄາຄຳໂລກຄົງຕົວຢູ່ລະດັບ 4,200 ໂດລາ ຂະນະທີ່ລາຄາເງິນພຸ່ງຂຶ້ນເຂົ້າໃກ້ຈຸດສູງສຸດປະຫວັດສາດໃໝ່

Must read

ບລູມເບີກ (Bloomberg) ລາຍງານວ່າ ລາຄາໂລຫະເງິນເຄື່ອນໄຫວເຂົ້າໃກ້ລະດັບສູງສຸດຕະຫຼອດການ ໂດຍໄດ້ຮັບແຮງຫນູນຈາກສັບປະດາທີ່ມີຍອດເງິນໄຫຼເຂົ້າກອງທຶນລວມດັດຊະນີ ETF ທີ່ມີເງິນໜູນຫຼັງແຂງແຮງທີ່ສຸດນັບຕັ້ງແຕ່ເດືອນກໍລະກົດ ຂະນະທີ່ລາຄາຄຳຄົງຕົວຢູ່ທີ່ລະດັບ 4,200 ໂດລາຕໍ່ອອນສ໌

ໂລຫະມີຄ່າສີຂາວຕົວນີ້ເພີ່ມຂຶ້ນສູ່ລະດັບ 58.50 ໂດລາຕໍ່ອອນສ໌ ຫ່າງຈາກລະດັບສູງສຸດເກົ່າທີ່ເຮັດໄວ້ໃນມື້ກ່ອນໜ້າບໍ່ເຖິງ 1 ໂດລາ ຍອດການຖືຄອງລວມໃນກອງທຶນ ETF ທີ່ມີໂລຫະເງິນໜູນຫຼັງເພີ່ມຂຶ້ນເກືອບ 590 ຕັນໃນສັບປະດາທີ່ແລ້ວ ສະທ້ອນມຸມມອງວ່າບັນດານັກລົງທຶນຍັງເຊື່ອວ່າລາຄາເງິນມີໂອກາດໄປຕໍ່

ແຮງພຸ່ງຂຶ້ນຮອບຫຼ້າສຸດຂອງລາຄາເງິນຍັງໄດ້ຮັບແຮງເສີມຈາກຄວາມຄາດຫວັງທີ່ເພີ່ມຂຶ້ນວ່າ ເຟດຈະຫຼຸດດອກເບ້ຍໃນສັບປະດານີ້ ເຊິ່ງເປັນປັດໃຈບວກຕໍ່ໂລຫະມີຄ່າທີ່ບໍ່ມີດອກຜົນ ນອກຈາກນີ້ ຕະຫຼາດຍັງຄົງຮັບມືກັບແຮງສັ່ນສະເທືອນຈາກການຊອດສະຄວີສ (short squeeze) ຄັ້ງປະຫວັດສາດໃນລອນດອນ ເຊິ່ງເປັນສະຖານະການທີ່ຄົນທີ່ຂາຍຊອດຕ້ອງຮີບຊື້ປິດສະຖານະເພາະລາຄາກັບພຸ່ງຂຶ້ນແຮງ ແທນທີ່ຈະຫຼຸດລົງຕາມທີ່ຄາດ ເຮັດໃຫ້ລາຄາຍິ່ງຖືກ “ໄລ່ຂຶ້ນ” ໄປອີກຈາກແຮງຊື້ຂອງຄົນທີ່ໂດນບີບໃຫ້ປິດຊອດເອງ

ອັບເດດລາຄາເຊົ້າມື້ນີ້ (8 ທັນວາ 2568)

ລາຄາໂລຫະເງິນເພີ່ມຂຶ້ນອີກ 0.3% ສູ່ລະດັບ 58.4875 ໂດລາຕໍ່ອອນສ໌ ໃນເວລາ 7:42 ນ. ຕາມເວລາສິງກະໂປ ໃກ້ກັບຈຸດສູງສຸດ 59.3336 ໂດລາທີ່ເຮັດໄວ້ເມື່ອວັນສຸກ

ຂະນະທີ່ລາຄາຄຳຂ້ອນຂ້າງຈະບໍ່ມີການປ່ຽນແປງ ເຊິ່ງຢູ່ທີ່ 4,200.25 ໂດລາຕໍ່ອອນສ໌ ຫຼັງຈາກປິດສັບປະດາທີ່ແລ້ວດ້ວຍການປັບຕົວລົງປະມານ 1% ດັດຊະນີ Bloomberg Dollar Spot ຄົງຕົວ ແພລທິນຳ (Platinum) ປັບຂຶ້ນ ຂະນະທີ່ແພລເລເດຍມເຄື່ອນໄຫວຄ່ອນຂ້າງນິ່ງ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article