23 C
Vientiane
ວັນທີ 11 December, 2025

ສະມາຄົມນ້ຳດື່ມ ນະຄອນຫລວງວຽງຈັນ ແຈ້ງການປັບຂຶ້ນລາຄານ້ຳດື່ມຕຸກໃຫຍ່ 30% ເລີ່ມປະຕິບັດ 20 ທັນວາ 2025

Must read

ວັນທີ 5 ທັນວາ 2025 ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ອອກແຈ້ງການ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫ່ຍ ຂະຫນາດ 18 ລິດ ຈາກລາຄາເດີມປັບເປັນລາຄາໃໝ່ ຕຸກລະ 13,000 ກີບ, ໃນຂອບເຂດເທດສະບານນະຄອນຫລວງວຽງຈັນ (9 ຕົວເມືອງ) ຢ່າງພ້ອມພຽງ ແລະ ເປັນເອກະພາບກັນ. ທັງນີ້, ກໍເພື່ອເປັນ ການປະຄອງທຸລະກິດໂຮງງານນໍ້າດື່ມ ໃຫ້ສາມາດຜ່ານຜ່າອຸບປະສັກອັນໜັກໜ່ວງນີ້ໄປໃຫ້ໃດ້. ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ມື້ວັນທີ 20 ທັນວາ 2025 ເປັນຕົ້ນໄປ.

ເພື່ອເຮັດໃຫ້ການປັບຂຶ້ນລາຄານີ້ ໃດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແລະ ມີຄວາມເປັນເອກະພາບກັນຢ່າງທົ່ວເຖິງ. ຫລີກລ່ຽງ ການສວຍໃຊ້ໂອກາດເພື່ອແກ່ງແຍ່ງຕະຫລາດ ກໍ່ຄືລູກຄ້າ ຂອງກັນແລະກັນ, ມອບໃຫ້ຄະນະ ບໍລິຫານງານຜູ້ຮັບຜິດຊອບ9ຕົວເມືອງ ເປັນຜູ້ນໍາພາ ກວດກາ, ຈັດຕັ້ງປະຕິບັດ ໃຫ້ໃດ້ຜົນສໍາເລັດ ເປັນຢ່າງດີ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article