
ພິທີຖະແຫຼງຂ່າວການກະກຽມຄວາມພ້ອມ ແລະ ໂອ້ລົມທັບນັກກິລາລາວ ກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.

ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານກິລາຊີເກມຄັ້ງນີ້, ສປປ ລາວ ຈະສົ່ງທັບນັກກິລາລາວທັງໝົດ 39 ປະເພດກິລາ, ໃນນັ້ນ 19 ປະເພດກິລາ ໄດ້ນໍາໃຊ້ງົບປະມານຂອງລັດຖະບານ ແລະ 20 ປະເພດກິລາ ແມ່ນກຸ້ມຕົນເອງຮອບດ້ານ.

ຊຶ່ງຄະນະກິລາທີມຊາດ ໄດ້ເຂົ້າສູນຝຶກຊ້ອມກະກຽມໃນເວລາ 120 ວັນ ແລະ ໄດ້ກຳນົດ 4 ຈຸດໃຫຍ່ ຄື: ສະຖາບັນກິລາ-ກາຍຍະກໍາ, ເຂດມະຫາວິທະຍາໄລແຫ່ງຊາດ, ສູນບູໂດເຊັນເຕີ ແລະ ສະໜາມກິລາແຫ່ງຊາດ (ຫຼັກ 16); ນັບມາຮອດປັດຈຸບັນ ທັບນັກກິລາລາວ ພ້ອມແລ້ວຮ້ອຍສ່ວນຮ້ອຍ ພ້ອມຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ.
ສົງການ ພັນແພງດີ



