23 C
Vientiane
ວັນທີ 11 December, 2025

ສະພາບອາກາດທີ່ຮຸນແຮງສຸດຂົ້ວ ເລັ່ງໃຫ້ໄມໂຄຣພລາສຕິກເພີ່ມຂຶ້ນຢ່າງຮຸນແຮງ

Must read

ສະພາບອາກາດສຸດຂົ້ວ ເຮັດໃຫ້ເປັນປັດໄຈຂອງການເກີດໄມໂຄຣພລາສຕິກຮຸນເເຮງຂຶ້ນ ຄວາມຮ້ອນເຮັດໃຫ້ພລາສຕິກລະລາຍ ນ້ຳຖ້ວມນຳພາເອົາຂີ້ເຫຍື້ອໄປໄກ

ໄມໂຄຣພລາສຕິກ ເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນຢູ່ແລ້ວ, ແຕ່ຂະນະທີ່ໂລກກຳລັງຮ້ອນຂຶ້ນ ສົ່ງຜົນໃຫ້ສະພາບອາກາດຮ້າຍເເຮງຂຶ້ນເລື້ອຍໆ ກຳລັງເຮັດໃຫ້ພລາສຕິກກາຍເປັນມົນລະພິດທີ່ເຄື່ອນຍ້າຍໄດ້, ທົນທານ ແລະ ອັນຕະລາຍຫຼາຍຂຶ້ນ ຕາມຜົນການສຶກສາໃໝ່.

ວົງຈອນຂອງການເພີ່ມຂຶ້ນ

ພລາສຕິກຫຼາຍກວ່າ 98% ຜະລິດຈາກເຊື້ອໄຟຟອດຊິ້ວ ແລະ ມົນລະພິດຈາກສະພາບອາກາດຖືກປ່ອຍອອກມາໃນທຸກຂັ້ນຕອນຂອງວົງຈອນຊີວິດ ຕັ້ງແຕ່ການຜະລິດໄປຈົນເຖິງການກຳຈັດ ເຊິ່ງເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ.

ແຕ່ໃນຂະນະດຽວກັນ ການປ່ຽນແປງດິນຟ້າອາກາດກໍເຮັດໃຫ້ເກີດຄື້ນຄວາມຮ້ອນທີ່ຮຸນແຮງ ແລະ ບໍ່ຄ່ອຍຂຶ້ນ, ເກີດໄຟປ່າ ແລະ ນ້ຳຖ້ວມ ເຊິ່ງຈະເຮັດໃຫ້ເກີດມົນລະພິດຈາກພລາສຕິກຫຼາຍຂຶ້ນ, ແຜ່ກະຈາຍໄປຢ່າງກວ້າງຂວາງ ແລະ ອັນຕະລາຍຫຼາຍຂຶ້ນ.

ການຄົ້ນພົບຈາກການສຶກສາ

ທີມນັກວິທະຍາສາດໄດ້ສຶກສາຄົ້ນຄວ້າງານວິໄຈຫຼາຍຮ້ອຍແບບ ແລະ ກວດພົບຫຼັກຖານທີ່ຮ້າຍເເຮງວ່າ ການປ່ຽນແປງດິນຟ້າອາກາດກຳລັງເຮັດໃຫ້ມົນລະພິດຈາກພລາສຕິກໃນນ້ຳ, ດິນ, ບັນຍາກາດ ແລະ ສັດປ່າຮ້າຍເເຮງລົງ ຕາມການວິເຄາະທີ່ຕີພິມໃນວາລະສານ Frontiers in Science.

ຜົນກະທົບຂອງອຸນຫະພູມທີ່ສູງຂຶ້ນ

  • ອຸນຫະພູມທີ່ສູງຂຶ້ນ, ຄວາມຊຸ່ມ ແລະ ແສງແດດເຮັດໃຫ້ພລາສຕິກແຕກຮ້າວ ແລະ ບອບບາງຂຶ້ນ
  • ອຸນຫະພູມສູງຂຶ້ນ 10 ອົງສາເຊນຊຽດ ຈະເລັ່ງການແຕກສະລາຍເປັນຊິ້ນນ້ອຍໆຫຼາຍຂຶ້ນ
  • ໃນຊ່ວງຄື້ນຄວາມຮ້ອນຮຸນແຮງ ພລາສຕິກອາດຍ່ອຍສະລາຍໄດ້ໄວຂຶ້ນເປັນສອງເທົ່າ

ຜົນກະທົບຈາກພາຍຸ ແລະ ນ້ຳຖ້ວມ

  • ພະຍຸຮຸນແຮງ, ນ້ຳຖ້ວມ ແລະ ລົມແຮງເລັ່ງການສະລາຍຕົວຂອງພລາສຕິກ
  • ເຄື່ອນຍ້າຍພລາສຕິກໃຫ້ແຜ່ກະຈາຍໄປໃນວົງກວ້າງຫຼາຍຂຶ້ນ
  • ພະຍຸໄຕ້ຝຸ່ນໃນຮ່ອງກົງເຮັດໃຫ້ຄວາມເຂັ້ມຂົ້ນຂອງໄມໂຄຣພລາສຕິກໃນຕະກອນຊາຍຫາດເພີ່ມຂຶ້ນເກືອບ 40 ເທົ່າ
  • ນ້ຳຖ້ວມສ້າງ “ຫີນພລາສຕິກ” ເມື່ອຫີນ ແລະ ພລາສຕິກລວມຕົວກັນເປັນພັນທະເຄມີ

ຜົນກະທົບຈາກໄຟປ່າ

ໄຟປ່າທີ່ເກີດຈາກອຸນຫະພູມສູງ ແລະ ໄພແລ້ງ ເຜົາຜານບ້ານເຮືອນ, ສຳນັກງານ ແລະ ຍານພາຫະນະ ປ່ອຍໄມໂຄຣພລາສຕິກ ແລະ ສານປະກອບທີ່ເປັນພິດສູ່ຊັ້ນບັນຍາກາດ.

ຜົນກະທົບຕໍ່ທະເລນ້ຳເເຂງ

ນ້ຳແຂງທະເລດັກຈັບ ແລະ ເຮັດໃຫ້ໄມໂຄຣພລາສຕິກເຂັ້ມຂົ້ນຂຶ້ນ. ເມື່ອອຸນຫະພູມໂລກສູງຂຶ້ນ ແລະ ນ້ຳແຂງລະລາຍ, ໄມໂຄຣພລາສຕິກກາຍເປັນແຫຼ່ງມົນລະພິດໃຫຍ່.

ຄວາມອັນຕະລາຍທີ່ເພີ່ມຂຶ້ນ

ໄມໂຄຣພລາສຕິກເປັນເໝືອນລົດບັນທຸກສານຕ່າງໆ ເຊັ່ນ: ຢາຂ້າແມງໄມ້ ແລະ ສານເຄມີອັນຕະລາຍທີ່ຍ່ອຍສະລາຍໄດ້ຍາກ. ອຸນຫະພູມທີ່ສູງຂຶ້ນເຮັດໃຫ້ພລາສຕິກດູດຊັບ ແລະ ປ່ອຍສານປົນເປື້ອນເຫຼົ່ານີ້ໄດ້ງ່າຍຂຶ້ນ, ພ້ອມທັງປ່ອຍສານເຕີມແຕ່ງຂອງຕົນເອງເຊັ່ນ: ສານຫົນ່ວງໄຟ ແລະ ສານພລາສຕິໄຊເຊີ.

ຜົນກະທົບຕໍ່ສັດ

ເມື່ອວິກິດການປ່ຽນແປງດິນຟ້າອາກາດ ແລະ ບັນຫາມົນລະພິດພລາສຕິກມາພົບກັນ ຈະສົ່ງຜົນກະທົບຮຸນແຮງຕໍ່ສັດ ໂດຍສະເພາະສັດທະເລ:

  • ປະກາລັງ, ຫອຍທາກທະເລ, ເມັນທະເລ, ຫອຍແມງພູ່ ແລະ ປາ ຮັບມືກັບອຸນຫະພູມທະເລທີ່ສູງຂຶ້ນ ແລະ ພາວະເປັນກົດໃນມະຫາສະໝຸດໄດ້ນ້ອຍລົງ
  • ສັດທີ່ກິນອາຫານໂດຍການກອງ ເຊັ່ນ ຫອຍແມງພູ່ມີໄມໂຄຣພລາສຕິກເຕັມໄປໝົດ
  • ເມື່ອນັກລ່າກິນເຂົ້າໄປ ເຮັດໃຫ້ມົນລະພິດໃນຫ່ວງໂສ້ອາຫານເພີ່ມຂຶ້ນຕໍ່ເນື່ອງ

ເເນວທາງແກ້ໄຂ

ການສຶກສາສະເໜີແນວທາງແກ້ໄຂຫຼາຍປະການ:

  1. ຫຼຸດການໃຊ້, ນຳກັບມາໃຊ້ໃໝ່ ແລະ ຣີໄຊເຄີນ
  2. ອອກແບບຜະລິດຕະພັນໃໝ່
  3. ກຳຈັດພລາສຕິກແບບໃຊ້ຄັ້ງດຽວທີ່ບໍ່ຈຳເປັນ
  4. ສົນທິສັນຍາພລາສຕິກລະດັບໂລກທີ່ມີຜົນຜູກພັນທາງກົດໝາຍ

ສະຫາຍ ຈູເລຍ ຟັສເຊນ ຜູ້ຮ່ວມຂຽນບົດຄວາມກ່າວວ່າ: “ເສດຖະກິດພລາສຕິກແບບໝູນວຽນທີ່ສົມບູນແບບຕ້ອງກ້າວຂ້າມການຫຼຸດການໃຊ້, ນຳກັບມາໃຊ້ໃໝ່ ແລະ ຣີໄຊເຄີນ ໄປສູ່ການອອກແບບໃໝ່, ການຄິດໃໝ່, ການປະຕິເສດ, ການກຳຈັດ, ການສ້າງສັນນະວັດຕະກຳ ແລະ ການໝູນວຽນ.”

ຄວາມຮີບດ່ວນ

ການຜະລິດທົ່ວໂລກຕໍ່ປີເພີ່ມຂຶ້ນ 200 ເທົ່າລະຫວ່າງປີ 1950-2023 ແລະ ຄາດວ່າຈະເພີ່ມຂຶ້ນຕໍ່ເນື່ອງ ເພາະບໍລິສັດນ້ຳມັນປ່ຽນການລົງທຶນໄປສູ່ພລາສຕິກ ເຖິງແມ່ນໂລກກຳລັງມຸ່ງສູ່ພະລັງງານສະອາດ.

ບົດສະຫລຸບ

ສະເຕຟານີ ໄຣທ໌ ຮອງສາດສະດາຈານກ່າວວ່າ: “ພວກເຮົາຈຳເປັນຕ້ອງດຳເນີນການໃນທັນທີ ເພາະພລາສຕິກທີ່ຖືກຖິ້ມໃນປະຈຸບັນກຳລັງຄຸກຄາມລະບົບນິເວດໃນລະດັບໂລກໃນອະນາຄົດ.”

ອະນາຄົດຈະບໍ່ປາສະຈາກພລາສຕິກ ແຕ່ພວກເຮົາສາມາດພະຍາຍາມຈຳກັດມົນລະພິດຈາກໄມໂຄຣພລາສຕິກທີ່ຈະເກີດຂຶ້ນໃນອະນາຄົດໄດ້. ພວກເຮົາຈຳເປັນຕ້ອງລົງມືເຮັດຕັ້ງແຕ່ຕອນນີ້ ເພາະ

ພລາສຕິກທີ່ຖືກທິ້ງໃນມື້ນີ້ກຳລັງຄຸກຄາມລະບົບນິເວດໃນລະດັບໂລກໃນອະນາຄົດ.

ແຫຼ່ງຂໍ້ມູນ: CNN, Earth, Phys

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article