
ກະຊວງການເງິນ ລາຍງານວ່າ: ວັນທີ 6 ທັນວາ 2025 ເວລາ 19:30 ນາທີ, ເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ໄດ້ສົມທົບ ກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກ ເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ພ້ອມກັນທຳການກວດກາ ກະເປົາເດີນທາງ ຂອງຊາຍສັນຊາດຈີນໄຕ້ຫວັນ 1 ຄົນ ອາຍຸ 42 ປີ ທີ່ສົງໄສວ່າມີສານເສບຕິດ.
ຜ່ານການກວດກາພົບເຫັນ ຢາເສບຕິດ ປະເພດເຮໂລອິນ ນໍ້າໝັກ ລວມ 8 ກິໂລກຣາມ ຊຸກເຊື່ອງໃສ່ໃນກະເປົາເດີນທາງ ທີ່ຈະເດີນທາງອອກໄປ ໄຕ້ຫວັນ. ດັ່ງນັ້ນ,ເຈົ້າໜ້າທີ່ພາສີ ໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນ ພ້ອມເຮັດບົດບັນທຶກ ຢຶດຂອງກາງ ແລ້ວສົ່ງມອບຄະດີ ໃຫ້ເຈົ້າໜ້າທີ່ ຕໍາຫລວດ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.



