ສື່ມວນຊົນທ້ອງຖິ່ນຂອງປະເທດຈີນໄດ້ລາຍງານວ່າ: ສານປະຊາຊົນສູງສຸດປະຈຳແຂວງເຫີເປີຍ (Hebei) ໄດ້ນຳເອົາໂປຣແກຣມນ້ອຍ (Mini Program) ໃໝ່ທີ່ໃຊ້ງານຜ່ານແອັບພລິເຄຊັນ WeChat ອອກມາເຜີຍແຜ່, ເຊິ່ງສາມາດໃຫ້ຜູ້ໃຊ້ງານທົ່ວໄປສາມາດ ສະແກນຫາລູກໜີ້ທີ່ຫຼີກລ້ຽງການຊຳລະໜີ້ຕາມຄໍາສັ່ງສານ ພາຍໃນລັດສະໝີ 500 ແມັດ ທີ່ຢູ່ອ້ອມຂ້າງໄດ້.
ໂປຣແກຣມດັ່ງກ່າວມີຊື່ວ່າ “ແຜນທີ່ຂອງລູກໜີ້ທີ່ຜິດນັດຊຳລະ” (Map of Deadbeat Debtors). ເປົ້າໝາຍຫຼັກແມ່ນເພື່ອສ້າງແຮງກົດດັນ ແລະ ຄວາມລະອາຍໃຈຕໍ່ກຸ່ມບຸກຄົນທີ່ເອີ້ນວ່າ “Lao Lai” (ຜູ້ທີ່ຫຼີກລ້ຽງການຊຳລະໜີ້ຕາມກົດໝາຍ), ເພື່ອເປັນການກະຕຸ້ນໃຫ້ພວກເຂົາຫັນມາປະຕິບັດຕາມພັນທະ ແລະ ຊຳລະໜີ້ສິນທີ່ຕິດຄ້າງໃຫ້ໄວຂຶ້ນ.
• ການແຈ້ງເຕືອນ: ເມື່ອຜູ້ໃຊ້ເປີດແອັບດັ່ງກ່າວ, ມັນຈະສະແດງຕໍາແໜ່ງຂອງລູກໜີ້ທີ່ບໍ່ຍອມຊຳລະໜີ້ ທີ່ຢູ່ໃນຂອບເຂດໃກ້ຄຽງ.
• ຂໍ້ມູນທີ່ສະແດງ: ລາຍລະອຽດທີ່ຖືກເປີດເຜີຍລວມມີ ຊື່ເຕັມ, ຕໍາແໜ່ງທີ່ຢູ່, ແລະ ມູນຄ່າໜີ້ສິນ ທີ່ຄົນຜູ້ນັ້ນຕິດຄ້າງຢູ່.
ການນຳໃຊ້ເທັກໂນໂລຢີນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຍາວນານຂອງລັດຖະບານຈີນໃນການສ້າງ “ລະບົບ ຄວາມເຊື່ອຖືທາງສັງຄົມ” (Social Credit System) ເພື່ອປະເມີນພຶດຕິກຳ ແລະ ຄວາມໜ້າເຊື່ອຖືຂອງພົນລະເມືອງທຸກຄົນ. ເຊິ່ງຟິວເຈີ້ນີ້ແມ່ນຖືກນຳໃຊ້ມາແຕ່ຕົ້ນປີ 2019 ແລະ ປັດຈຸບັນແມ່ນຍັງໃຊ້ຢູ່.
ທີ່ມາ: thenewsyx



