
ກອງປະຊຸມຂະແໜງການ ລບຕ ປະຈຳປີ 2025
ກະຊວງການຕ່າງປະເທດ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ແລະ ປະທານຄະນະກໍາມະການແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ໄດ້ຈັດກອງປະຊຸມປະຈຳປີວັນທີ 5 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ຮ່ວມກັບເອກອັກຄະລັດຖະທູດສະຫະລັດ, ຜູ້ຕາງໜ້າອົງການສປຊ ແລະ ຄູ່ຮ່ວມພັດທະນາຕ່າງໆ.
ຜົນງານ 11 ເດືອນປີ 2025
- ກວດກູ້ໄດ້ 5,268 ເຮັກຕາ (70% ຂອງເປົ້າໝາ
- ໂຄສະນາຄວາມສ່ຽງໄພໄດ້ 683 ບ້ານ (113% ຂອງເປົ້າໝາຍ)
- ທຳລາຍລະເບີດບໍ່ທັນແຕກໄດ້ 59,039 ໜ່ວຍ
ສິ່ງທ້າທາຍ
ພາຍໃນ: ການປະສານງານລະຫວ່າງແຂວງກັບອົງການປະຕິບັດງານຍັງສັບສົນ, ການລາຍງານລ່າຊ້າ, ງົບປະມານບໍ່ພຽງພໍຕາມຄວາມຕ້ອງການ
ພາຍນອກ: ການສະໜອງທຶນມະນຸດສະທໍາຢຸດຕິ, ທຶນມີທ່າອ່ຽງຫລຸດລົງ, ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ
ອຸບັດເຫດ: ເກີດອຸບັດເຫດ 11 ຄັ້ງ ມີຜູ້ເຄາະຮ້າຍ 21 ຄົນ (ບາດເຈັບ 16 ຄົນ, ເສຍຊີວິດ 5 ຄົນ) ກຸ່ມສ່ຽງສູງແມ່ນເດັກນ້ອຍ
ຜົນສຳເລັດສຳຄັນ
- ຮັບຮອງມາດຕະຖານແຫ່ງຊາດສຳລັບການແກ້ໄຂບັນຫາ ລບຕ ສະບັບປັບປຸງ 2025
- ປະເມີນກາງສະໄໝຍຸດທະສາດ “ເສັ້ນທາງສູ່ຄວາມປອດໄພ III 2021-2030”
- ສະເໜີນຳໃຊ້ວິທີການປ່ອຍທີ່ດິນແບບໃໝ່ທີ່ກະທັດຮັດຫລາຍຂຶ້ນ
ລັດຖະມົນຕີເນັ້ນໜັກວ່າ ວຽກງານ ລບຕ ຍັງເປັນບຸລິມະສິດແຫ່ງຊາດ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີຄວາມໂປ່ງໃສ, ການເປັນເຈົ້າການ ແລະ ປະສານງານຢ່າງມີປະສິດທິພາບ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຕໍ່ໄປ.




