ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະຫວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ ລະຫວ່າງ ອົງການປົກຄອງແຂວງ ກັບ ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນປາກຊ່ອງ ຈຳກັດ ຈັດຂຶ້ນໃນວັນທີ 5 ທັນວາ 2025 ທີ່ແຂວງຈຳປາສັກ. ຕາງໜ້າລົງນາມໂດຍ ທ່ານ ບຸນມີ ຄຳພິທູນ ຄະນະຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ ແລະ ທ່ານ ຫງຽນ ວັນ ຮຸ່ງ ອໍານວຍການບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລະເວນ ປາກຊ່ອງ ຈຳກັດ, ມີທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ຄໍາ ນີລາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາຂອດ ໝື່ນຫລວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ ພ້ອມດ້ວຍພະແນກການ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງການເຊັນບົດບັນທຶກຄັ້ງນີ້ ກໍເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການລົງທຶນປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ. ໂຄງການດັ່ງກ່າວ ມີໄລຍະເວລາໃນການສຶກສາສໍາຫລວດ 12 ເດືອນ ໃນເນື້ອທີ່ 150 ເຮັກຕາ, ຮູບແບບການລົງທຶນຕ່າງປະເທດ (ສສ ຫວຽດ ນາມ), ຊຶ່ງກິດຈະການຂອງໂຄງການມີ: ການປູກກາເຟ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ. ການສຶກສາສໍາຫລວດ ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ຕ້ອງໄດ້ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ.

ຂ່າວ: ທູນທອງໃຈ



