ການພົບປະສອງຝ່າຍລະຫວ່າງ ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາທິດສະດີສູນກາງພັກກອມມູນິດຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.

ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມດີອົກດີໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວນ ຖັງ ພ້ອມຄະນະ, ຊຶ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນຍິ່ງ, ເປັນການສືບຕໍ່ເສີມຂະຫຍາຍວຽກງານຕ່າງໆທີ່ນອນຢູ່ໃນບົດບັນທຶກການຮ່ວມມືສອງຝ່າຍໄລ ຍະ 2022-2026 ແລະ ຍັງເປັນການປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ,ເວົ້າສະເພາະສອງສະພາທິດສະດີ ສູນກາງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໃຫ້ນັບມື້ສະໜິດສະໜົມ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ໃນການພົບປະກັນຄັ້ງນີ້, ສອງຝ່າຍໄດ້ທົບທວນການພົວພັນຮ່ວມມືລະຫວ່າງສະພາທິດສະດີລາວ-ຫວຽດນາມໄລຍະຜ່ານມາຊຶ່ງໄດ້ຈັດຕັ້ງປະຕິບັດ ຕາມບົດບັນທຶກການຮ່ວມມືຢ່າງມີຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະການຈັດຕັ້ງຜັດປ່ຽນກັນເປັນເຈົ້າພາບໃນການດຳເນີນກອງປະຊຸມ ສອງພັກ ລາວ-ຫວຽດນາມ, ການແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບບັນຫາຕ່າງໆ ຊຶ່ງໄດ້ກາຍເປັນພື້ນຖານ, ບ່ອນອີງສຳຄັນໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ, ບັນດາໝາກຜົນໃນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສອງຝ່າຍໄດ້ມີປະສິດທິຜົນ ແລະ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ເພື່ອສືບຕໍ່ເສີມຂະຫຍາຍບົດບັນທຶກຮ່ວມມືກັນໃນໄລຍະປີ 2022-2026 ໃຫ້ບັນລຸໝາກຜົນໃນຕໍ່ໜ້າ. ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງ ສະພາທິດສະດີສູນກາງພັກໄລຍະແຕ່ນີ້ເຖິງໝົດປີ 2026, ພວກເຮົາຈະໄດ້ສືບຕໍ່ເຊັນບົດບັນທຶກການຮ່ວມມືສະບັບໃໝ່ຂອງສອງສະພາທິດສະດີສູນກາງພັກປີ 2026-2030, ສອງຝ່າຍ ຄວນມີແຜນການອັນລະອຽດເພີ່ມເຕີມໃນແຕ່ລະປີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນແຕ່ລະວຽກງານໄດ້ສຳເລັດຜົນຕາມລະດັບຄາດໝາຍ, ສອງພັກຈະໄດ້ພ້ອມກັນແລກປ່ຽນບົດຮຽນໃນການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີXIVຂອງພັກມູນິດຫວຽດນາມໃຫ້ປະກົດຜົນເປັນຈິງ, ສືບຕໍ່ປັບປຸງກົນໄກການປະສານງານ ລະຫວ່າງ ສອງສະພາທິດສະດີສູນກາງພັກ ເພື່ອສືບຕໍ່ເຮັດໃຫ້ການພົບປະ ແລະ ເຮັດວຽກຮ່ວມກັນໄດ້ເຂົ້າສູ່ລະບົບ.
(ຂ່າວ-ພາບ: ສຳນານ)



