ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນ ກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາຂອດ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ ໄດ້ກ່າວຕ້ອນຮັບແຂກ ແລະ ລາຍງານການກະກຽມຄວາມພ້ອມຂອງງານ ເປັນຕົ້ນ: ໃນງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ຄະນະກໍາມະການຈັດງານໄດ້ກໍານົດ 6 ກິດຈະກຳເພື່ອໃຫ້ງານມີຫຼາກຫຼາຍສີສັນ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ ຄື: ກິດຈະກຳທາງສາດສະໜາໄດ້ວາງກະຕ່າດອກໄມ້ຈຸດທູບທຽນຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສາວະລີຮ່ວມສູ້ຮົບລາວ-ຫວຽດ ແລະ ອະນຸສາວະລີ ທ່ານ ສີທົນ ກົມມະດໍາ, ກິດຈະກຳແຂ່ງຂັນກິລາ, ສິລະປະ ແລະ ປະກວດນາງສາວທິດາກາເຟ-ຊາ, ກິດຈະກໍາງານວາງສະແດງສິນຄ້າຜະລິດຕະພັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກິດຈະກຳງານສໍາມະນາວິທະຍາສາດ, ກິດຈະກຳການແຂ່ງຂັນຂົ້ວ, ຊົງ, ຊິມກາເຟ ແລະ ກິດຈະກຳທັດສະນະສຶກສາລົງຢ້ຽມຢາມການຜະລິດຂອງຊາວສວນ ແລະ ບໍລິສັດ. ພ້ອມນີ້, ກໍມີການຈັດວາງຮ້ານຈໍາໜ່າຍສິນຄ້າຂອງ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງສິນຄ້າ ມີ 72 ຮ້ານ, ມີ 66 ຫົວໜ່ວຍ ປະກອບມີ: ຫົວໜ່ວຍທີມາຈາກກຸ່ມ, ສະຫະກອນຜູ້ຜະລິດ, ບໍລິສັດເກັບຊື້ ແລະ ສົ່ງອອກສະມາຄົມກາເຟ, ສະມາຄົມຫັດຖະກຳໂຮງງານອຸດສາຫະກຳປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພາຫະນະກຸ່ມ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP).

ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງແຂວງ ກ່າວເປີດງານວ່າ: ການຈັດງານບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ແມ່ນໜຶ່ງໃນ 12 ຂະບວນການສໍາຄັນຂອງແຂວງ ແລະ ບັນດາກິດຈະກຳປິ່ນອ້ອມຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດ ແຕ່ປີ 2024 ເປັນຕົ້ນມາ ເພື່ອເປັນຂະບວນການຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ; ເປັນກິດຈະກຳໜຶ່ງ ທີ່ຄະນະກຳມະການປົກຄອງແຂວງ ນອກຈາກໄດ້ກຳນົດເປັນວຽກບູລິມະສິດສໍາຄັນ ໃນການຈັດຕັ້ງປະຕິບັດ ຍຸດທະສາດການສົ່ງ ອອກຂະແໜງກາເຟ ແລະ ຜົນຜະລິດກະສິກຳ ເພື່ອແນໃສ່ສົ່ງເສີມທ່າແຮງຄວາມສາມາດໃນການຜະລິດ ຕາມທິດຍືນຍົງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການຄຸ້ມຄອງຄຸນນະພາບ ແລະ ການປະຕິບັດມາດຕະຖານສາກົນ, ເພື່ອສົ່ງເສີມຄຸນລັກສະນະພິເສດຂອງຂະແໜງການກາເຟ, ຜົນຜະລິດກະສິກຳ ໃຫ້ຂະຫຍາຍຕົວໃນອະນາຄົດ ແລະ ເພື່ອສົງເສີມຜູ້ປູກກາເຟ, ສົ່ງເສີມຜູ້ຜະລິດ ກາເຟ ໃຫ້ພົບປະກັບຜູ້ຊື້-ຜູ້ຂາຍ ຕະຫຼອດຮອດ ການເຊື່ອມຕໍ່ໃສ່ຂະແໜງ ໃສ່ບັນດາໂອກາດໃໝ່ ໃນລະດັບສາກົນ, ໂດຍສ້າງພື້ນຖານໃນການປັບປຸງຄວາມສາມາດແຂ່ງຂັນຢູ່ພາຍໃນ, ປັບປຸງການເຂົ້າເຖິງຕະຫຼາດ, ການສົ່ງອອກກາເຟ ແລະ ຜົນຜະລິດກະສິກຳ.

ຜົນສໍາເລັດຈາກການຈັດງານບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ໃນປີ ຜ່ານໆ ມາ ໄດ້ຊ່ວຍຊຸກຍູ້ການສ້າງສໍາພັນເສດຖະກິດຢູ່ພາຍໃນ ລະຫວ່າງຜູ້ຜະລິດ ແລະ ຜູ້ຈຳໜ່າຍ ແລະ ການສົ່ງເສີມການສົ່ງອອກໃນຂະແໜງກາເຟລາວ ມີລັກຊະນະຟົດຟື້ນຫຼາຍຂຶ້ນ.

ໃນໂອກາດເຂົ້າຮ່ວມງານຄັ້ງນີ້, ຄະນະຜູ້ແທນ ໄດ້ທ່ຽວຊົມຮ້ານວາງສະແດງສິນຄ້າກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ, ທ່ຽວຊົມສວນກາເຟ, ສວນໝາກໄມ້ຂອງຊາວກະສິກອນອີກດ້ວຍ.
(ຂ່າວ-ພາບ: ຈັນທະວີສັກ)



