23 C
Vientiane
ວັນທີ 11 December, 2025

ພິທີຕ້ອນຮັບຄະນະຮັບຜິດຊອບ ແລະ ກ້ອນກຳລັງສວນສະໜາມ ກັບຄືນສູ່ ຮວຜທ

Must read

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີຕ້ອນຮັບຄະນະຮັບຜິດຊອບ ແລະ ກ້ອນກຳລັງສວນສະໜາມ ກັບຄືນສູ່ກົມກອງຢ່າງສົມກຽດ ໃນວັນທີ 3 ທັນວາ 2025 ໂດຍມີສະຫາຍ ພັນເອກ ສະແຫວງ ແດນາມມົນ ຫົວໜ້າການເມືອງໂຮງຮຽນ, ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ຕະຫລອດຮອດພະນັກງານນັກຮົບ, ນ້ອງນ້ອຍນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ ແລະ ໄດ້ຮັບຊົມການເດີນຂະບວນສວນສະໜາມ ຂອງກ້ອນກໍາລັງນ້ອງນ້ອຍນັກຮຽນ ຊຶ່ງເປັນກ້ອນກຳລັງທີ່ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຢູ່ສະໜາມຫລວງ ໃນວັນທີ 2 ທັນວາ 2025.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ກ່າວຕ້ອນຮັບຄະນະຮັບຜິດຊອບ ແລະ ກ້ອນກຳລັງສວນສະໜາມຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ມີຄວາມອົດທົນ, ສູ້ຊົນ ເຄື່ອນໄຫວປະຕິບັດໜ້າທີ່ໃນຕະຫລອດໄລຍະ 3 ເດືອນທີ່ຜ່ານມາ, ເຖິງ ວ່າການຝຶກຊ້ອມຈະພົບຄວາມຍຸ້ງຍາກພຽງໄດກໍຕາມ ແຕ່ພວກເຮົາກໍພ້ອມກັນຜ່ານຜ່າ ຈົນໄດ້ຮັບຜົນ ສຳເລັດ. ຜົນສຳເລັດໃນຄັ້ງນີ້, ເປັນການສ້າງປະຫວັດສາດ ແລະ ເປັນມູນເຊື້ອແຫ່ງໄຊຊະນະໃຫ້ແກ່ໂຮງຮຽນ, ພວກສະຫາຍໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ມີນໍ້າໃຈເສຍສະລະຢ່າງສູງສົ່ງ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ ຈົນສາມາດເຮັດຫລ້ອນໜ້າທີ່ອັນມີກຽດ. ພ້ອມນີ້, ສະ ຫາຍຍັງໄດ້ຕ່າງໜ້າ ຄະນະພັກ-ຄະນະອຳນວຍການ, ພະນັກງານ, ນັກຮົບ, ນ້ອງນ້ອຍນັກຮຽນທົ່ວໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວຕ້ອນຮັບບັນດາສະຫາຍກັບຄືນສູ່ກົມກອງຢ່າງອົບອຸ່ນ ຕໍ່ກັບການເສຍສະລະເຫື່ອແຮງ ທັງກາຍ ແລະ ໃຈ ໃນການອຸທິດຕົນເພື່ອພາລະກິດຂອງຊາດ, ພວກເຮົາຈະຈົດຈຳຄຸນງາມຄວາມດີ ຂອງບັນດາສະຫາຍ ໃນການເຄື່ອນໄຫວໜ້າທີ່ວຽກງານໃນຄັ້ງນີ້ໃນປື້ມປະຫວັດສາດຂອງໂຮງຮຽນ ຢ່າງບໍ່ມີວັນລືມ.

ຂ່າວ: ໂອລິນ ມິ່ງມີໄຊ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article