23 C
Vientiane
ວັນທີ 10 December, 2025

ຂ່າວຕ່າງປະເທດເກີດຖະໜົນຍຸບເປັນຂຸມຂະຫນາດໃຫຍ່ຢູ່ ດານັງ ປະເທດຫວຽດນາມ

Must read

ເຫດການ: ວັນທີ 3 ທັນວາ 2024 ຖະໜົນເຫງຽນກົງຈື່ເຢີ ໃນເມືອງດານັງ ເກີດຂຸມຍຸບຂະໜາດໃຫຍ່ (15×6 ແມັດ ເລິກ 5 ແມັດ) ລົດຍົນ 2 ຄັນຕົກລົງໄປໃນຂຸມ ແລະ ເຮັດໃຫ້ທໍ່ລະບາຍນ້ຳຂາດ.

ສາເຫດເບື້ອງຕົ້ນ: ຝົນຕົກໜັກເຮັດໃຫ້ນ້ຳພັດທາຍໄຫຼເຂົ້າໄປໃນພື້ນທີ່ກໍ່ສ້າງພາກໃຕ້ດິນຂອງໂຄງການ Capital Square 3 ຜ່ານຮອຍຮົ່ວຂອງກຳແພງກັ້ນດິນ ເຮັດໃຫ້ດິນໃຕ້ຖະໜົນເປັນຊ່ອງວ່າງ ຈຶ່ງເຮັດໃຫ້ຖະໜົນຍຸບລົງ.

ວັນທີ 4 ທັນວາ ເມືອງດານັງໄດ້ສັ່ງໃຫ້ຢຸດການກໍ່ສ້າງໂຄງການທັນທີ ສັ່ງໃຫ້ຜູ້ປະກອບການ ບໍລິສັດກໍ່ສ້າງເພີ່ມຄວາມປອດໄພ ກວດກາກຳແພງກັ້ນດິນທັງໝົດ ແລະ ໃຫ້ລາຍງານແຜນການແກ້ໄຂພາຍໃນວັນທີ 6 ທັນວາ ພ້ອມທັງຈັດເຈົ້າໜ້າທີ່ເຂົ້າຮັກສາການຢູ່ພື້ນທີ່ ແລະ ປິດກັ້ນຖະໜົນຊົ່ວຄາວ ໂຊກດີບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ. ຈາກຂ່າວລັກສະນະດຽວກັນ ວັນທີ 4 ທັນວາ 2025 ທີ່ໄຕ້ຫວັນ ກໍ່ພົບຖະໜົນຍຸບເລິກກວ່າ 2 ແມັດເຊັ່ນກັນ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article