
ໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ຫຼັງຈາກກອງບັນຊາການທະຫານອາກາດ-ກອງພັນໃຫຍ່ 702 ໄດ້ຮັບໜ້າທີ່ ຈາກຂັ້ນເທິງມອບໝາຍ ໃນວັນທີ 2 ທັນວາ 2025 ນີ້,ໃຫ້ນໍາເຮືອບິນ Yak- 130 ຂຶ້ນບິນສະແດງຮັບໃຊ້ ງານສະເຫີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.

ສໍາລັບບົດບິນສະແດງຜ່ານປະກອບມີ 1 ບົດຄື ບົດບິນສວນສະໜາມບິນໂຊຢູ່ເທິງນ່ານຟ້າດ້ວຍທ່ວງທ່າ ແລະ ຈັງຫວະທີ່ໂດດເດັ່ນ ສ້າງຄວາມປະທັບໃຈໃຫ້ແກ່ສາຍຕາຊາວປະຊາທັງຫຼາຍທີ່ເຂົ້າມາຊົມໃນການບິນສະແດງຮັບໃຊ້ວັນຊາດທີ 2 ທັນວາ ເຊິ່ງບິນໂຊໂດຍ ສະຫາຍ ຮ້ອຍ ເອກ ສອນລາ ສິມມາວົງ ນັກບິນ Yak- 130 ກອງພັນໃຫຍ່ 702.

ພາຍຫຼັງສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ກໍໄດ້ນໍາເຮືອບິນ Yak- 130 ກັບຄືນສູ່ເດີນບິນທົ່ງໄຫຫິນແຂວງຊຽງຂວາງດ້ວຍຄວາມ ປອດໄພ.ສຳເລັດພາລະກິດ ນັກບິນ ເຮືອບິນ Yak – 130 ກອງພັນໃຫຍ່ 702 ກັບຄືນສູ່ເດີນບິນທົ່ງໄຫຫີນແຂວງຊຽງຂວາງໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ຫຼັງຈາກກອງບັນຊາການທະຫານອາກາດ-ກອງພັນໃຫຍ່ 702 ໄດ້ຮັບໜ້າທີ່ ຈາກຂັ້ນເທິງມອບໝາຍ ໃນວັນທີ 2 ທັນວາ 2025 ນີ້,ໃຫ້ນໍາເຮືອບິນ Yak- 130 ຂຶ້ນບິນສະແດງຮັບໃຊ້ ງານສະເຫີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.ສໍາລັບບົດບິນສະແດງຜ່ານປະກອບມີ 1 ບົດຄື ບົດບິນສວນສະໜາມບິນໂຊຢູ່ເທິງນ່ານຟ້າດ້ວຍທ່ວງທ່າ ແລະ ຈັງຫວະທີ່ໂດດເດັ່ນ ສ້າງຄວາມປະທັບໃຈໃຫ້ແກ່ສາຍຕາຊາວປະຊາທັງຫຼາຍທີ່ເຂົ້າມາຊົມໃນການບິນສະແດງຮັບໃຊ້ວັນຊາດທີ 2 ທັນວາ ເຊິ່ງບິນໂຊໂດຍ ສະຫາຍ ຮ້ອຍ ເອກ ສອນລາ ສິມມາວົງ ນັກບິນ Yak- 130 ກອງພັນໃຫຍ່ 702. ພາຍຫຼັງສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ກໍໄດ້ນໍາເຮືອບິນ Yak- 130 ກັບຄືນສູ່ເດີນບິນທົ່ງໄຫຫິນແຂວງຊຽງຂວາງດ້ວຍຄວາມ ປອດໄພ.




