26 C
Vientiane
ວັນທີ 11 December, 2025

ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

Must read

ຂປລ. ໃນວັນທີ 3 ທັນວາ2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ (Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະ ຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ພ້ອມທັງນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ພອນໄຊອັນປະເສີດ ຂອງພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ມາສູ່ການນໍາພັກ-ລັດແລະ ປະຊາ ຊົນລາວບັນດາເຜົ່າ ຊຶ່ງຖືເປັນກໍາລັງໃຈທີ່ສໍາຄັນ ແລະ ທັງເປັນການສະແດງໃຫ້ເຫັນເຖິງມູນເຊື້ອສາຍພົວພັນມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາທີ່ມີມາແຕ່ດົນນານ, ພ້ອມນັ້ນຍັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຫລາຍຂົງເຂດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ກູບາໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ຍິ່ງໆຂຶ້ນ.

ໃນໂອກາດນີ້, ສະຫາຍ ນາງ ມາຣຕາ ອາຢາລາ ອາວີລາໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງຍິ່ງ ທີ່ໄດ້ຮັບມອບໝາຍໃຫ້ເປັນຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ມາຮ່ວມຊົມເຊີຍ ກໍຄື ການນໍາເອົາຄໍາອວຍພອນ ຈາກການນໍາສູງສຸດຂອງພັກ-ລັດຕົນມາສູ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບວ່າ ພັກ-ລັດ ແລະ ປະຊາຊົນກູບາ ຍາມໃດກໍຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສ ກູບາ ແລະ ສປປ ລາວ ກໍຄື ລະຫວ່າງພັກກອມມູນິດກູບາ ແລະ ພັກປະຊາຊົນປະຕິວັດລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນ ຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດກູບາ-ລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດມາສູ່ປະຊາຊົນສອງຊາດ ກູບາ-ລາວ ກໍຄື ເພື່ອພາລະກິດ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ພາບ: ຂັນໄຊ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article