23 C
Vientiane
ວັນທີ 10 December, 2025

ສຕລ ມອບເງິນອັດສີດ 100 ລ້ານກີບ ໃຫ້ຄະນະຄູຝຶກ ແລະ ນັກກິລາເຕະບານ ທີມຊາດລາວ U17

Must read

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຈັດພາເຂົ້າສາມັກຄີຕ້ອນຮັບ ແລະ ມອບເງິນອັດສີດ 100 ລ້ານກີບໃຫ້ ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫລັງເດີນທາງກັບຮອດ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນຕອນແລງຂອງວັນທີ 2 ທັນວາ 2025.

ໃຫ້ກຽດມອບເງິນໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງຫນ້າຝ່າຍຮັບໂດຍ ທ່ານ ຄໍລະເດດ ພອນພະຈັນ ຫົວຫນ້າຄະນະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ເພື່ອຍ້ອງຍໍຜົນງານໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ ( AFC U-17 Asian Cup 2026 Qualifiers ) ດ້ວຍຜົນງານລົງສະໜາມ 5 ນັດ ຊະນະ 3 ແລະ ເສຍ 2 ນັດມີ 9 ຄະແນນ ເຖິງບໍ່ໄດ້ສິດໄປຫຼິ້ນຮອບສຸດທ້າຍ ແຕ່ກໍສາມາດສ້າງໂອກາດ, ສ້າງຄວາມໝັ້ນໃຈ ແລະ ສ້າງຄວາມຫວັງໃຫ້ກັບວົງການບານເຕະລາວອີກຄັ້ງ.

ສຕລ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article