ນັກຂາຍ ແລະ ນັກເຈລະຈາແຫ່ງປີ ຕ້ອງຍົກໃຫ້ “ປະທານາທິບໍດີໂດນັລດ ທຣັມປ໌” ຜູ້ນຳສະຫະລັດ ທີ່ຕະເວນຈັດດີວໃຫຍ່ທົ່ວໂລກ. ລ່າສຸດ ອີກປະເທດທີ່ຕ້ອງຈາລຶກຄື ຊາອຸດີອາຣະເບຍ ທີ່ໃຫ້ຄຳມັ້ນຈະລົງທຶນໃນສະຫະລັດຄັ້ງໃຫຍ່ ສູງເຖິງ 1 ລ້ານລ້ານດອນລາ ໃນຂະນະທີ່ທຣັມປ໌ກະຈະຂາຍເຄື່ອງບິນຂັບໄລ່ໃຫ້ຊາອຸຯຄັ້ງທຳອິດ.
ການຄ້າໂລກໃນຍຸກທີ່ສະຫະລັດຢູ່ໃຕ້ການນຳຂອງປະທານາທິບໍດີໂດນັລດ ທຣັມປ໌ ມີສິ່ງນ່າສົນໃຈແລະສ້າງຄວາມປະຫຼາດໃຈໄດ້ເສມີ. ລ່າສຸດ ກັບການເດີນທາງເຢື່ອນສະຫະລັດຄັ້ງທຳອິດໃນຮອບ 7 ປີ ຂອງມົກຸດລາຊກຸມານຊາອຸດີອາຣະເບຍ ກໍ່ມີການເປີດທາງດີລການຄ້າແລະການລົງທຶນຊຸດໃຫຍ່.
ທຣັມປ໌ໄດ້ເປີດທຳເນຽບຂາວຕ້ອນຮັບເຈົ້າຊາຍໂມຮັມມັດ ບິນ ຊັລມານ ມົກຸດລາຊກຸມານແລະນາຍົກລັດຖະມົນຕີຊາອຸຯ ໃນໂອກາດເຢື່ອນສະຫະລັດ ເມື່ອວັນທີ 18 ພະຈິກ 2568 ໂດຍທັງສອງໄດ້ພົບປະກັນໃນຫ້ອງທຳງານຮູບໄຂ່ ທ່າມກາງສື່ມວນຊົນຈຳນວນຫຼາຍ.
ເຈົ້າຊາຍໂມຮັມມັດໃຊ້ໂອກາດນີ້ປະກາດວ່າ ຊາອຸຯຈະເພີ່ມການລົງທຶນໃນສະຫະລັດຈາກ 600,000 ລ້ານດອລລາ ເປັນ 1 ລ້ານລ້ານດອລລາ. ແລະເມື່ອຖືກຖາມວ່າຊາອຸຯສາມາດແບກພາລະນີ້ໄດ້ບໍ ມົກຸດລາຊກຸມານຕອບວ່າ “ພວກເຮົາບໍ່ໄດ້ສ້າງໂອກາດປອມໆເພື່ອເອົາໃຈອາເມຣິກາ ຫຼືເອົາໃຈທຣັມປ໌.”
ຂະນະທີ່ທຣັມປ໌ລະບຸວ່າ ສະຫະລັດຈະຂາຍເຄື່ອງບິນຂັບໄລ່ F-35 ໃຫ້ຊາອຸຯ ທີ່ຂໍຊື້ຈຳນວນ 48 ລຳ ເຊິ່ງເປັນຄັ້ງທຳອິດທີ່ສະຫະລັດຂາຍ F-35 ໃຫ້ຊາອຸຯ ແລະຖືວ່າເປັນການປ່ຽນແປງນະໂຍບາຍຄັ້ງໃຫຍ່ ທີ່ອາດປ່ຽນສົມດຸນທາງທະຫານໃນຕະວັນອອກກາງ.
ນັກວິເຄາະລະບຸວ່າ ການຕ້ອນຮັບຢ່າງອົບອຸ່ນຂອງສະຫະລັດຕໍ່ມົກຸດລາຊກຸມານຊາອຸຯ ແມ່ນສັນຍາວ່າຄວາມສຳພັນຂອງທັງສອງປະເທດດີຂຶ້ນ ຫຼັງຈາກເຄີຍຍ່ຳແຍ່ຫນັກໃນກໍລະນີສັງຫານຄາຊອກກີ.
ຫຼັງຈາກນັ້ນ ໃນການປະຊຸມ U.S.-Saudi Business Forum ທັງສອງປະເທດໄດ້ລົງນາມຂໍ້ຕົກລົງທາງທຸລະກິດມູນຄ່າກວ່າ 270,000 ລ້ານດອລລາ ຮວມທັງ HUMAIN ບໍລິສັດ AI ຂອງຊາອຸຯ ຈະຊື້ຊິບ AI ຈາກ Nvidia ຈຳນວນ 600,000 ຕົວ ແລະຈັບມືກັບ xAI ຂອງ Elon Musk ເພື່ອພັດທະນາດາຕ້າເຊັນເຕີໃນຊາອຸຯ ພ້ອມໂຄງການໂຮງໄຟຟ້າ 500 ເມກະວັດ.
MP Materials ປະກາດສ້າງໂຮງແຍກແຮ່ຫາຍາກໃນຊາອຸຯ ຮ່ວມກັບກະຊວງກະລາໂຫມສະຫະລັດ ແລະບໍລິສັດ Maaden ຂອງຊາອຸຯ ພ້ອມທັງ Aramco ເຊັນ MOU ມູນຄ່າກວ່າ 30,000 ລ້ານດອລລາ ໂດຍ Aramco ເປີດເຜີຍວ່າໄດ້ລົງນາມບັນທຶກຄວາມເຂົ້າໃຈ 17 ສັນຍາກັບບໍລິສັດສະຫະລັດຫຼາຍແຫ່ງ ລວມມູນຄ່າກວ່າ 30,000 ລ້ານດອລລາ.



