23 C
Vientiane
ວັນທີ 11 December, 2025

ປະເທດຍີ່ປຸ່ນຊ່ວຍເຫຼືອຈາກປັບປຸງໂຮງໝໍຢູ່ພາກໃຕ້ຂອງປະເທດລາວເກືອບ 3 ຕື້ເຢນ

Must read

ໃນຕອນບ່າຍຂອງວັນທີ 3 ທັນວານີ້, ທີ່ກະຊວງການ ຕ່າງ ປະເທດ,ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງ ການຊ່ວຍ ເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງໂຮງໝໍພາກໃຕ້ ຂອງ ສປປ ລາວ ມູນຄ່າ 2.865 ລ້ານເຢນ, ຊຶ່ງຕາງໜ້າລັດຖະ ບານ ແຫ່ງ ສປປ ລາວ ແມ່ນທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະ ບານຍີ່ປຸ່ນ ແມ່ນທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ.

ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເປັນການຕອບສະ ໜອງ ຕາມຄວາມຮຽກຮ້ອງຕ້ອງການທາງດ້ານການບໍລິ ການທາງການແພດຢູ່ທ້ອງຖິ່ນ ຂອງ ສປປ ລາວ, ເຮັດໃຫ້ປະຊາຊົນຢູ່ທ້ອງຖິ່ນ ສາມາດເຂົ້າເຖິງການປິ່ນປົວ ທີ່ມີຄວາມຈໍາເປັນ ແລະຫຼຸດຜ່ອນການເດີນທາງໄກສໍາລັບການປິ່ນປົວທີ່ສໍາຄັນ.

ນອກຈາກນັ້ນ, ໂຄງການນີ້ຍັງແນໃສ່ປັບປຸງໂຮງໝໍບັນດາແຂວງພາກໃຕ້,ຫັນເປັນສູນການແພດປະຈໍາພາກພື້ນ ເພື່ອຮັບຄົນເຈັບຈາກບັນດາແຂວງໃກ້ຄຽງ, ຊຶ່ງຈະມີການກໍ່ສ້າງ ແລະ ຍົກ ລະດັບພື້ນຖານໂຄງລ່າງໃຫ້ໄດ້ຕາມມາດຕະຖານ,ຍົກສູງຄວາມ ສາມາດທາງດ້ານເຕັກ ນິກ, ສະໜອງອຸປະກອນການແພດໃຫ້ພຽງພໍ, ລວມທັງການຖ່າຍ ທອດຜົນສໍາເລັດ ແລະ ປະສົບການຂອງຍີ່ປຸ່ນໃນການປັບປຸງຄຸນ ນະພາບດ້ານການແພດ, ການຍົກລະດັບລະບົບການສົ່ງຕໍ່ຄົນເຈັບ ຢ່າງມີປະສິດທິພາບ ແລະ ຮັບ ປະກັນຄວາມປອດໄພ ສໍາລັບຄົນເຈັບ ໃຫ້ແກ່ໂຮງໝໍແຂວງ ໃນ 4 ແຂວງ ພາກໃຕ້ຂອງ ສປປ ລາວ.

ຂ່າວ: ຄຕພ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article