23 C
Vientiane
ວັນທີ 12 December, 2025

ມາເລເຊຍປະກາດຟື້ນການຄົ້ນຫາ “MH370” ທີ່ສາບສູນ ລັດຖະບານຍຶດຫຼັກເດີມ “ບໍ່ເຫັນ ບໍ່ຈ່າຍ”

Must read

ກະຊວງຄົນສົ່ງຂອງມາເລເຊຍໄດ້ແຖງຂ່າວໃນມື້ນີ້ (3 ທັນວາ) ວ່າການຄົ້ນຫາຊາກເຄື່ອງບິນໂບອິງ 777 ເທື່ອບິນ “MH370” ຂອງສາຍການບິນ Malaysia Airlines ທີ່ຫາຍສາບສູນມາຫຼາຍປີ “ຈະກັບມາດຳເນີນການອີກຄັ້ງ” ໂດຍຈະເລີ່ມຕັ້ງແຕ່ວັນທີ 30 ທັນວານີ້ເປັນຕົ້ນໄປ. ເທື່ອບິນນີ້ໄດ້ອອກຈາກນະຄອນກົວລາລຳເປີ ມຸ່ງໜ້າໄປປັກກິ່ງ ໃນປີ 2014 ພ້ອມຜູ້ໂດຍສານ 227 ຄົນ ແລະລູກເຮືອ 12 ຄົນ. ຈົນຖືກມາຮອດມື້ນີ້ ໂລກຍັງບໍ່ມີຄຳຕອບທີ່ແນ່ຊັດວ່າເກີດຫຍັງຂຶ້ນ ຮາວກັບເຄື່ອງບິນຫາຍໄປໂດຍບໍ່ມີຮ່ອງຮອຍ.

ກະຊວງຄົນສົ່ງຂອງມາເລເຊຍຍັງລະບຸວ່າ ບໍລິສັດ Ocean Infinity ຜູ້ຊຳນານດ້ານເທັກໂນໂລຊີໃຕ້ນ້ຳ ຈະກັບມາເປີດປະຕິບັດການຄົ້ນຫາ MH370 ອີກຄັ້ງ ໃນພື້ນທະເລ ເປັນເວລາ 55 ມື້ ໂດຍຈະແບ່ງເວລາຄົ້ນຫາເປັນຊ່ວງໆ ໃນພື້ນທີ່ທີ່ຖືກປະເມີນຈາກຂໍ້ມູນທີ່ມີຢູ່ໃນປັດຈຸບັນ ເພື່ອລະບຸພິກັດສຸດທ້າຍຂອງ MH370 ໃຫ້ໄດ້. ທາງການມາເລເຊຍກ່າວວ່າຄວາມພະຍາຍາມຄົ້ນຫາຄັ້ງນີ້ເປັນການຢືນຢັນຄວາມມຸ່ງມັ້ນຂອງລັດຖະບານຕໍ່ຄອບຄົວຂອງຜູ້ປະສົບເຫດ.

ມີລາຍງານວ່າຄະນະສອບສວນຝັ່ງມາເລເຊຍຍັງບໍ່ຕັດຄວາມເປັນໄປໄດ້ທີ່ເຄື່ອງບິນຖືກຂັບອອກນອກເສັ້ນທາງໂດຍຈົ່ງໃຈ. ຕະຫຼອດຫຼາຍປີທີ່ຜ່ານມາ ມີການພົບຊາກບາງສ່ວນທີ່ເຊື່ອວ່າມາຈາກເຄື່ອງບິນນີ້ ຖືກນ້ຳຊັດຂຶ້ນຕາມຝັ່ງອາຟຣິກາ ແລະເກາະໃນມະຫາສະມຸດອິນເດຍ ແຕ່ຍັງບໍ່ສາມາດລະບຸຈຸດຕົກທີ່ແນ່ຊັດໄດ້.

ທາງການມາເລເຊຍຈະຈ່າຍເງິນ 70 ລ້ານໂດລາສະຫະລັດໃຫ້ Ocean Infinity ຖ້າສາມາດຄົ້ນພົບ “ຊິ້ນສ່ວນສຳຄັນ” ແລະພິສູດໄດ້ວ່າມາຈາກ MH370 ຈິງ ໃນການຄົ້ນຫາພື້ນທະເລທີ່ກວ້າງກວ່າ 15,000 ຕາລາງກິໂລແມັດ. ການຄົ້ນຫາຄັ້ງນີ້ຍັງຄົງໃຊ້ຫຼັກເດີມ “ບໍ່ເຫັນ ບໍ່ຈ່າຍ” ເຊັ່ນກັນ. ການຄົ້ນຫາທີ່ມີການຕົກລົງໄວ້ເດີມຄວນເກີດຂຶ້ນໃນເດືອນເມສາ ແຕ່ຖືກເລື່ອນເນື່ອງຈາກອາກາດແຮງ.

ເອກະສານການສືບສວນກ່ຽວກັບການຫາຍສາບສູນຂອງ MH370 ກວ່າ 495 ໜ້າ ລະບຸວ່າເຄື່ອງບິນອາດຈະຖືກຂັບອອກນອກເສັ້ນທາງໂດຍຈົ່ງໃຈ ແຕ່ຄະນະສອບສວນບໍ່ສາມາດສະຫຼຸບໄດ້ ເນື່ອງຈາກບໍ່ພົບຄວາມຜິດປົກກະຕິ ລວມທັງການປະເມີນສະພາບຈິດໃຈຂອງນັກບິນແລະຜູ້ຊ່ວຍ. ການສະຫຼຸບສາເຫດອາດຈະຕ້ອງພຶ່ງການຄົ້ນພົບຊາກເພື່ອຮູ້ວ່າເກີດຫຍັງຂຶ້ນໃນເທື່ອບິນນັ້ນ. ຍາດຂອງເຫຍື່ອຫວັງວ່າການຄົ້ນຫາຄັ້ງໃໝ່ນີ້ຈະນຳມາຊຶ່ງຄຳຕອບທີ່ພວກເຂົາລໍຖ້າມາຫຼາຍປີ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article