23 C
Vientiane
ວັນທີ 11 December, 2025

9 ເດືອນປີ 2025 ພົບຜູ້ຕິດເຊື້ອເຮສໄອວີ 1,600 ກວ່າຄົນ

Must read

ປັດຈຸບັນ ສປປ ລາວມີຈຳນວນສະສົມຜູ້ຕິດເຊື້ອເຮສໄອວີທີ່ຍັງມີຊີວິດ 21,363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າປິ່ນປົວດ້ວຍຢາຕ້ານຈໍານວນ 14,314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນເຖິງ ເດືອນກັນຍາ ພົບຜູ້ຕິດເຊື້ອເຮສໄອວີຈໍານວນ 1,617 ຄົນ, ໃນນີ້ 53% ແມ່ນກຸ່ມໄວໜຸ່ມທີ່ມີອາຍຸລະຫວ່າງ 15-29 ປີ. ມີສະຖານທີ່ບໍລິການກວດເລືອດຊອກຫາການຕິດເຊື້ອເຮສໄອວີນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ສຸກສາລາບາງແຫ່ງ ລວມທັງໝົດ 196 ແຫ່ງ ສາມາດຂະຫຍາຍຕາໜ່າງປິ່ນປົວຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດໄດ້ຢູ່ທຸກໂຮງໝໍແຂວງ ແລະ ບາງເມືອງ.

ວັນທີ 1 ທັນວາຂອງທຸກໆປີແມ່ນວັນສາກົນຕ້ານເອດ ໂດຍເລີ່ມແຕ່ປີ 1988 ເປັນຕົ້ນມາ. ຈຸດປະສົງເພື່ອສ້າງຂະບວນການໂຄສະນາປຸກລະດົມໃຫ້ປະຊາຊົນໃນຂອບເຂດທົ່ວໂລກໄດ້ມີຄວາມສາມັກຄີ, ເປັນເຈົ້າການໃນການຮ່ວມແຮງຮ່ວມໃຈກັນເພື່ອກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ແລະ ຖືໂອກາດນີ້ສະແດງເຖິງຄວາມອາໄລຕໍ່ຜູ້ຕິດເຊື້ອເຮສໄອວີທີ່ໄດ້ເສຍຊີວິດຍ້ອນພະຍາດເອດ.

ເຊິ່ງວິກິດການທາງດ້ານເສດຖະກິດໄດ້ສົ່ງຜົນໃຫ້ງົບປະມານການຊ່ວຍເຫຼືອຈາກແຫຼ່ງທຶນຕ່າງໆ ຫຼຸດລົງ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຍຸດທະສາດການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ໂດຍສະເພາະການເຂົ້າເຖິງປະຊາກອນທີ່ສ່ຽງບໍ່ບັນລຸ ລວມເຖິງການກິນຢາປ້ອງກັນ ແລະ ຢາປິ່ນປົວເພື່ອຄວບຄຸມເຊື້ອເຮສໄອວີແມ່ນມີຄວາມຫຍຸ້ງຍາກ. ຄຽງຄູ່ກັນນັ້ນ, ການຈໍາແນກລັງກຽດຕໍ່ຜູ້ຕິດເຊື້ອເຮສໄອວີ/ພະຍາດເອດຍັງພົບໃນສະຖານທີ່ບໍລິການ ແລະ ຊຸມຊົນ. ດັ່ງຄໍາຂວັນໃນວັນສາກົນຕ້ານເອດໃນປີ 2025 ນີ້: “ຮ່ວມໃຈກັນ ກ້າວຂ້າມອຸປະສັກ ແລະ ປັບປ່ຽນຍຸດທະວິທີການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ”. ສະນັ້ນ, ເພື່ອເອົາຊະນະອຸປະສັກດັ່ງກ່າວ ເຊີນຊວນທຸກຄົນໃນສັງຄົມຈົ່ງຮ່ວມແຮງຮ່ວມໃຈກັນເພື່ອເຮັດໃຫ້ພະຍາດເອດໝົດໄປຈາກພວກເຮົາ.

ຂ່າວ: ພູວັນ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article