
ຂປລ. ພິທີວາງສີລາລຶກໂຄງການກໍ່ສ້າງ ສູນບັນຊາ ກະຊວງປ້ອງກັນຄວາມສະຫງົບລາວ ຈັດຂຶ້ນໃນວັນທີ 2 ທັນວາ 2025 ທີ່ສູນຮັບຕ້ອນ ແລະ ຝືກອົບຮົມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົນເອກ ເລື່ອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຮ່າ ແອັງ ຕວຽນ ຫົວໜ້າຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ລາຍງານວ່າ: ໂຄງການກໍ່ສ້າງ ສູນບັນຊາ ກະຊວງ ປກສ ລາວ ມີເນື້ອທີ່ອ້ອມຮອບ ທັງໝົດ 61.755 ຕາແມັດ ປະກອບມີ ອາຄານ 8 ຊັ້ນ 1 ຫລັງ, ຫ້ອງເຮັດວຽກ, ຫ້ອງຮັບແຂກ, ຫ້ອງປະຊຸມ ພ້ອມທັງປະກອບສິ່ງອໍານວຍຄວາມສະດວກ ໃນການເຮັດວຽກຄົບຊຸດ, ໂຄງການໄດ້ອອກແບບທັນສະໄໝ ປະສົມປະສານກັບສິລະປະແບບລາວ ໃນເນື້ອກໍ່ສ້າງອາຄານ 3.732 ຕາແມັດ, ພື້ນທີ່ພາຍນອກ 32.568 ຕາແມັດ; ຄະນະຮັບຜິດຊອບກໍ່ສ້າງໄດ້ປະສານສົມທົບກັບຄະນະຮັບຜິດຊອບກໍ່ສ້າງຝ່າຍ ລາວ ຈະລົງມືກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ທ່ານ ພົນເອກ ເລື່ອງ ຕາມ ກວາງ ໄດ້ກ່າວວ່າ: ສອງຊາດລາວ-ຫວຽດນາມ ມີມູນເຊື້ອສາມັກຄີມາແຕ່ດົນນານ ໂດຍຜູ້ນຳຂອງສອງປະເທດເປັນຜູ້ກໍ່ຕັ້ງ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຄືກັບອ້າຍນ້ອງ ໃນນັ້ນ, ສອງກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ-ລາວ ໄດ້ສືບຕໍ່ເພີ່ມພູນຄູນສ້າງ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ, ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມຕະຫລອດມາ ແລະ ກ້າວສູ່ລວງເລິກພາຍໃຕ້ເງື່ອນໄຂຂອງສະພາບການໃໝ່ ໂດຍສະເພາະ ສອງກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ຮ່ວມມືກັນໃນວຽກງານຕ່າງໆ ເປັນຕົ້ນ ວຽກງານຕ້ານອາຊະຍາກຳທາງອິນເຕີເນັດ, ການຕ້ານການຄ້າ-ຂາຍຢາເສບຕິດ, ການຄ້າມະນຸດ, ການຮ່ວມມື ລະຫວ່າງຊາຍແດນຕິດຈອດ ແລະ ບັນດາແຂວງແຮກ ສ່ຽວ, ກໍ່ສ້າງວິທະຍາຄານການເມືອງ ປກສ, ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແລະ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວທັນສະໄໝ ດ້ວຍຈິດໃຈເພື່ອນຊ່ວຍເພື່ອນ ເໝືອນດັ່ງຊ່ວຍຄອບຄົວຕົນເອງ.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອຕະຫລອດມາ, ອີງຕາມຄວາມຈໍາເປັນການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບລາວ ໃນແຕ່ລະປີ ໄດ້ມີການຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບ ເຮັດໃຫ້ພື້ນຖານໂຄງລ່າງບໍ່ສາມາດຕອບສະໜອງ ແລະ ຮອງຮັບໃນການຂະຫຍາຍຕົວຂອງກໍາລັງໄດ້, ເນື່ອງຈາກວ່າພື້ນຖານໂຄງລ່າງສໍານັກງານ ທີ່ນໍາໃຊ້ໃນປັດຈຸບັນເກົ່າ ແລະ ນໍາໃຊ້ມາຫລາຍສິບປີແລ້ວ. ສະນັ້ນ, ການກໍ່ສ້າງພື້ນຖານໂຄງລ່າງຂອງກະຊວງ ປກສ ລາວ ແມ່ນສໍາຄັນ ແລະ ຈໍາເປັນເພື່ອສ້າງສິ່ງອໍານວຍຄວາມສະດວກ, ທັນສະໄໝ, ເໝາະສົມ, ຄົບຖ້ວນ ໄດ້ມາດຕະຖານ ສາມາດຮອງຮັບການເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃນອະນາຄົດ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ກໍ່ສ້າງສູນບັນຊາ (ຫລັງໃໝ່) ໃຫ້ສາມາດຕອບສະໜອງບ່ອນເຮັດວຽກໃຫ້ພຽງພໍ ເພື່ອເປັນໃຈກາງລວມສູນໃນການຊີ້ນໍາ-ບັນຊາກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງສຸດ ເຊື່ອໝັ້ນວ່າຄະນະຮັບຜິດຊອບໂຄງການຝ່າຍລາວ ແລະ ຫວຽດນາມ ກໍຄືບໍລິສັດຮັບເໝົາກໍ່ສ້າງໂຄງການ ຈະສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດ ໂຄງການກໍ່ສ້າງສູນບັນຊາ ກະຊວງ ປກສ ລາວ ໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂ່າວ-ພາບ: ສັນຕິສຸກ



