31 C
Vientiane
ວັນທີ 10 March, 2026

CATEGORY

ກິລາ

ຊົມເຊີຍທັບນັກກິລາຄົນພິການລາວ ຄວ້າໄດ້ 2 ຫຼຽນຄໍາ 5 ຫຼຽນເງິນ ແລະ 11 ຫຼຽນທອງ ໃນການແຂ່ງຂັນກິລາ ອາຊຽນພາຣາເກມ

ວັນທີ 27 ມັງກອນ 2026,ທ່ານ ນາງ ຂັນທະລີ ສີລິພົງພັນ ປະທານຄະນະກໍາມະການພາລາແລັມປິກ ແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ຈັດພິທີຊົມເຊີຍ ພ້ອມທັງຕ້ອນຮັບຄະນະນໍາ ແລະ ທັບນັກກິລາຄົນພິການທີມຊາດລາວ ທີ່ສາມາດຍາດໄດ້ເກີນຄາດໝາຍກັບຄືນສູ່ປະເທດໃນການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາ ອາຊຽນພາຣາເກມ ຄັ້ງທີ XIII ທີ່ຣາຊະອານາຈັກໄທ ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 20-26 ມັງກອນ ຜ່ານມາ. ທ່ານ...

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ...

ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ (ASEAN ParaGames 2025) ໂດຍເຈົ້າພາບປະເທດໄທ ສາມາດຍາດໄດ້ 175 ຫຼຽນຄຳ ເປັນເຈົ້າຫຼຽນຄຳ ສະໄໝທີ 7 ແລະ ອາຊຽນພາຣາ ເກມ 2027 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ, ພິທີປິດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26...

 ທັບນັກກິລາຄົນພິການລາວ ຫວັງ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຈາກກິລາອາຊຽນພາຣາເກມ ຄັ້ງທີ 13

ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຈາກງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ...

ສະໂມສອນ ເອສະຣາ ໄດ້ແຊ້ມເປັນສະໄໝທີສອງຕິດຕໍ່ກັນ ໃນລາຍການບານເຕະ ຊີງຂັນທ່ານນາຍົກ ລັດຖະມົນຕີ  

ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈໍາປີ 2025/2026 ນັດຊີງ ຊະນະເລີດ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2026 ຜ່ານມາ, ທີ່ສະໜາມກິລາແຂວງຫຼວງພະບາງ ຊຶ່ງເປັນ ການພົບກັນ ລະຫວ່າງ ທີມສະໂມສອນບານເຕະ ກອງທັບ ກັບ ທີມສະໂມສອນບານເຕະ ເອສະຣາ ໂດຍການໃຫ້ກຽດເຂົ້າຮ່ວມຊົມ,...

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ. ໃນພິທີ,...

ທ້າວ ບຸນສະຫວາດ ວົງປະເສີດ ຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງ ປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນໃນບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອະນຸສາວະລີ ທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ເມື່ອບໍ່ດົນມານີ້ ຜົນການແຂ່ງຂັນ ອັນດັບທີໜຶ່ງແມ່ນທ້າວ ບຸນສະຫວາດ ວົງປະເສີດ ຫຼື ເຄນ ນັກຊົງກາເຟ...

ຍິນດີນຳ ນ້ອງ ພຸດຕາວັນ ຈັນທະຄຳມະນີ ນັກກິລາເທຄວັນໂດ້ລາວ ໄດ້ 1 ຫລຽນທອງ ໃນຊີເກມ ຄັ້ງທີ 33

ນ້ອງ ພຸດຕາວັນ ຈັນທະຄຳມະນີ ນັກກິລາເທຄວັນໂດ້ລາວ ໄດ້ 1 ຫລຽນທອງ ໃນຊີເກມ ຄັ້ງທີ 33 ປະເພດຟ້ອນປຸມເຊ ຮັບເງິນລາງວັນຈາກສະຫະພັນກິລາເທຄວັນໂດ້ແຫ່ງຊາດລາວ 100 ລ້ານກີບ ຕາມທີ່ທາງສະຫະພັນໄດ້ອັດສີດໄວ້.

ງົດງາມຫລາຍ ສິຣິທອນ ລີອາລາມວັດ Miss Internationnal 2019 ຜູ້ທີ່ໄດ້ຈັບປ້າຍຂະບວນຕົວແທນປະເທດລາວໃນການເດີນສວນສະໜາມຂອງພິທີເປີດງານກິລາຊີເກມ ຄັ້ງທີ 33

ສຳລັບການເດີນຂະບວນໃນຄັ້ງນີ້ທາງປະເທດໄທ (ເຈົ້າພາບ) ແມ່ນໄດ້ຈັດສັນເອົານາງງາມທີ່ມີຊື່ສຽງ ແລະ ມີອິດທິພົນໃນປະເທດໄທ ເພື່ອມາຄັດເລືອກເປັນຕົວແທນຖືປ້າຍຂະບວນເປັນຕົວແທນຂອງ 11 ປະເທດອາຊຽນ. ສຳລັບຜູ້ທີ່ໄດ້ຮັບໜ້າທີ່ຖືປ້າຍນໍາຂະບວນໃຫ້ປະເທດລາວໃນຄັ້ງນີ້ແມ່ນ ສິຣິທອນ ລີອາລາມວັດ Miss Internationnal 2019 ເປັນຍິງຄົນທຳອິດຂອງປະເທດໄທທີ່ໄດ້ຮັບຕໍາແໜ່ງຊະນະເລີດ ຂອງເວທີ Miss International ທີ່ໄດ້ຈັດຂຶ້ນທີ່ປະເທດຍີ່ປຸ່ນ. ນອກຈາກການເປັນນາງງາມແລ້ວ ສິຣິທອນ ລີອາລາມວັດ ຍັງເປັນແພດ ແລະ ມີບົດບາດຊ່ວຍເຫຼືອສັງຄົມໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ Covid...

ເລີ່ມແລ້ວກິລາຊີເກມຄັ້ງທີ 33 ຢ່າງເປັນທາງການ! ລາວສົ່ງທັບ ກິລາ 39 ປະເພດ ຕັ້ງເປົ້າໄວ້ 5 ຄຳ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ. ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ...

ຂ່າວລ່າສຸດ