31 C
Vientiane
ວັນທີ 10 March, 2026

CATEGORY

ຂ່າວພາຍໃນ

ປ່ຽນໝໍ້ແປງໄຟຟ້າ ໂພນຕ້ອງຈອມມະນີ ສໍາເລັດ

ວັນທີ 25 ກຸມພາ 2026 ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ສ້ອມແປງລະບົບຕາຂ່າຍໄຟຟ້າ ຊຶ່ງໄດ້ປ່ຽນໝໍ້ແປງໄຟຟ້າ ຢູ່ບ້ານ ໂພນຕ້ອງຈອມມະນີ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ໄດ້ສົ່ງຜົນໃຫ້ພໍ່ແມ່ປະຊາຊົນຢູ່ບໍລິເວນໃກ້ຄຽງບໍ່ມີໄຟຟ້າໃຊ້. ປະຈຸບັນ ທີມງານສ້ອມແປງໄຟຟ້າ ຫ້ອງການໄຟຟ້າ ເມືອງຈັນທະບູລີ ສາຂານະຄອນຫຼວງ1 ແກ້ໄຂກູ້ລະບົບໄຟຟ້າຄືນສຳເລັດ ແລະ ໄດ້ປ່ອຍໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ພະລັງງານເປັນປົກກະຕິ.

ລັດຖະມົນຕີ ຍທຂ ເນັ້ນໃຫ້ນໍ້າປະປານະຄອນຫລວງວຽງຈັນ ສະໜອງນໍ້າພຽງພໍ ເພື່ອປະຊາຊົນໄດ້ຊົມໃຊ້ນໍ້າສະດວກ

ວັນທີ 21 ກຸມພາ 2026 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ລົງຕິດຕາມ ຊຸກຍູ້ການສະໜອງນໍ້າປະປາພາຍໃນນະຄອນຫລວງວຽງຈັນ ຢູ່ໂຮງງານຜະລິດນໍ້າປະປາ ບ້ານຍາພະ ເມືອງສີໂຄດຕະບອງ, ໂຮງງານຜະລິດນໍ້າປະປາ ບ້ານທາດຂາວ ເມືອງສີສັດຕະນາກ ແລະ ໂຮງງານຜະລິດນໍ້າປະປາ ຈີ່ນາຍໂມ້. ໂດຍການຕ້ອນຮັບຂອງ ທ່ານ ໄຊຍາ...

ເກີດເຫດຄົນໂດດຂົວທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຕອນເຊົ້າມືດວັນທີ 23 ກຸມພາ 2026 ເກີດເຫດຄົນໂດດຂົວທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພດຊາຍ ອາຍຸ 25 ປີ ປັດຈຸບັນ, ເຈົ້າໜ້າທີ່, ໜ່ວຍງານກູ້ໄພ ແລະ ປະຊາຊົນເຂດດັ່ງກ່າວ ກຳລັງເລັ່ງຄົ້ນຫາ. ພາບ: ຄຳພອນແອເຢັນ ຈຳຫນ່າຍແອບ້ານທຸກຊະນິດ

ເກີດອຸບັດເຫດລົດເກາະສາຍໄຟຟ້າ ເຂດ ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ໃນວັນທີ 20 ກຸມພາ 2026, ເວລາປະມານ 11:50 ໂມງ, ໄດ້ເກີດອຸບັດເຫດລົດເກາະສາຍໄຟຟ້າ ພາໃຫ້ເສົາໄຟຫັກ ຢູ່ເຂດບ້ານດົງໂພນເລົາ ເມືອງຫາດຊາຍຟອງ ປະຈຸບັນ, ທີມງານວິຊາການໄຟຟ້າແມ່ນກຳລັງ ເລັ່ງມືປະຕິບັດຢູ່ພາກສະໜາມ ເພື່ອດຳເນີນການສ້ອມແປງ ແລະ ປ່ຽນຖ່າຍເສົາໄຟຟ້າທີ່ຫັກ ເພື່ອໃຫ້ສາມາດກັບມາຈ່າຍໄຟໃຫ້ເປັນປົກກະຕິໂດຍໄວທີ່ສຸດ ເຊີ່ງ ເຂດທີ່ໄດ້ຮັບຜົນກະທົບມີ: ບ້ານດົງໂພນເລົາ, ເຂດບໍລິສັດສູນລວມປ້າຍ ແລະ ບໍລິເວນໃກ້ຄຽງ. ດັ່ງນັ້ນ,...

ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ

ໃນວັນທີ 19 ກຸມພາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ທີມງານພາກສະໜາມ ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກ 2025-2026 ຢູ່ແຂວງຫົວພັນ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພັນໂທ ອັນເດຼ...

ກອງປະຊຸມສໍາມະນາ ສະພາບການໂລກໃນປັດຈຸບັນ ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ

ຂປລ. ສະໂມສອນນັກການທູດລາວ ຈັດສໍາມະນາພາຍໃຕ້ຫົວຂໍ້: “ສະພາບການໂລກໃນປັດຈຸ ບັນ: ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ” ໃນຕອນບ່າຍວັນທີ 18 ກຸມພາ 2026 ໂດຍການເປັນປະທານນຳພາກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະ ເທດ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ...

ສື່ມວນຊົນ ປກສ ກຽມພ້ອມຮອບດ້ານໃນບັ້ນປ່ອນບັດເລືອກຕັ້ງ ສສຊ-ສສຂ

ວັນທີ 19 ກຸມພາ 2026, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ການເຄື່ອນໄຫວວຽກງານເຜີຍແຜ່ໂຄສະນາຂໍ້ມູນຂ່າວສານໃນບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ V ທີ່ຈະມີການໃຊ້ສິດປ່ອນບັດເລືອກຕັ້ງພ້ອມກັນທົ່ວປະເທດ ໃນວັນທີ 22 ກຸມພາ 2026, ເປັນປະທານໂດຍ ພັອ...

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຊ້ເວລາເກືອບ 7 ຊົ່ວໂມງ ນຳຈັບຄົນຮ້າຍກໍ່ເຫດລັກລົດໃຫຍ່ພ້ອມຂອງກາງມອບຄືນເຈົ້າຂອງ

ເຈົ້າໜ້າທີ່ກຳລັງວິຊາສະເພາະ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົມກັບກຳລັງວິຊາສະເພາະພາກ ສ່ວນກ່ຽວຂ້ອງ ສາມາດນຳຈັບທ້າວ ດາວວຽງ ຫຼື ໂຕ່ ອາຍຸ 28 ປີ ໄດ້ຄາຫ້ອງແຖວທີ່ຜູ້ກ່ຽວເຊົ່າຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ພ້ອມຂອງກາງທີ່ລັກໄປ ຄືລົດກະບະຍີ່ຫໍ້ FORD RANGER ສີຂາວ ທະບຽນ ຫຄ 3366 ກຳ...

ເມືອງມຸນລະປາໂມກ​​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງວັນທີ​ 18 ກຸມພາ​ນີ້

ວັນທີ​ 18 ກຸມພາ​ນີ້,​ ເມືອງມຸນລະປາໂມກ​ ແຂວງ​ຈໍາປາສັກ​ ໄດ້ຈັດພິທີມອບ ແລະ​ ເປີດນໍາໃຊ້ເສັ້ນທາງ 5 ເສັ້ນ​ ໃນເທດສະບານເມືອງ​ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ​, ທ່ານ​ ພົນ​ຈັດຕະວາ​ ວິລະຕູ ວໍລະຈິດ ຄະນະປະຈໍາ​ພັກແຂວງ​ ຫົວໜ້າ​ການ​ເມືອງ​ກອງບັນຊາ​ການທະຫານ​ແຂວງ​ ຜູ້ຊີ້ນໍາ​ວຽກງານ​ຮອບດ້ານ​ຢູ່ເມືອງ​ມຸນລະປາໂມກ, ມີແຂກຖຶກເຊີນ...

ຄິດວ່າຫຼານຊາຍລັກໄກ່… ຜິດຖຽງກັນ ຖືກຕີເສຍຊີວິດ

ວັນທີ 13 ກຸມພາ 2026 ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ສົມທົບກັບ ປກສ ກຸ່ມບ້ານ, ອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳຕົວຜູ້ຖືກຫາໃນຄະດີຄາດຕະກຳ ລົງເຮັດແຜນທົດສະກຳ ເພື່ອປະກອບຄຳຮັບສາລະພາບ ຢູ່ສະຖານທີ່ເກີດເຫດ. ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2025 ທາງເຈົ້າໜ້າທີ່ຕຳຫຼວດແມ່ນໄດ້ຮັບແຈ້ງຈາກອົງການປົກຄອງບ້ານທ່າມ່ວງ...

ຂ່າວລ່າສຸດ