- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 13/2/2026 ເມືອງ ສີໂຄດຕະບອງ ແລະ ວັນທີ 14-15/2/2026 ເມືອງ ໄຊເສດຖາ

ຂ່າວ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ບໍລິສັດ ໄດນາມິກ ໂຊລູຊັນ ມອບເຄື່ອງຮັບໃຊ້ວິຊາສະ ເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບ

ບໍລິສັດ ໄດນາມິກ ໂຊລູຊັນ ຈຳກັດຜູ້ດຽວ ໄດ້ນໍາເຄື່ອງຮັບໃຊ້ວຽກງານວິຊາສະເພາະ ຈໍານວນ 2 ຊຸດ ແລະ ລະ ບົບການຕັ້ງຄ່າອຸປະກອນ ຈໍານວນ 2 ຊຸດ ລວມມູນຄ່າ 120.000 ໂດລາສະຫະລັດ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 9 ກຸມພາ 2026, ຕາງໜ້າມອບໂດຍ ທ່ານ...

ສະມໍລບີ ສ້າງຂະບວນການອະນາໄມລວມ ແກ້ໄຂບັນຫາການຖິ້ມ-ຈູດຂີ້ເຫຍື້ອຊະຊາຍ

ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ແລະ ການຈູດຂີ້ເຫຍື້ອໃນພື້ນທີ່ສາທາລະນະຍັງເປັນປະເດັນສໍາຄັນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສຸຂະພາບຂອງປະຊາຊົນເຂດໃກ້ຄຽງ ໂດຍສະເພາະການຖິ້ມໃສ່ພື້ນທີ່ ທີ່ເປັນດິນເປົ່າວ່າງ ປະຊາຊົນບາງກຸ່ມຍັງສວຍໂອກາດບໍ່ເຂົ້າຮ່ວມສັນຍາ. ບັນຫາດັ່ງກ່າວບໍ່ພຽງແຕ່ສະທ້ອນພຶດຕິກໍາສ່ວນບຸກຄົນ ແຕ່ຍັງສະທ້ອນຊ່ອງວ່າງທາງສັງຄົມ, ການສວຍໂອກາດ ແລະ ຄວາມບໍ່ເຂົ້າໃຈດ້ານການຮັບຜິດຊອບຕໍ່ສ່ວນລວມ. ເມື່ອບໍ່ດົນມານີ້, ບໍລິສັດສະມໍລບີ ຮ່ວມກັບອໍານາດການປົກຄອງເມືອງໄຊເສດຖາ ແລະ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ພ້ອມດ້ວຍອໍານາດການປົກຄອງບ້ານນາຄວາຍໃຕ້ ແລະ ນັກຮຽນອາສາສະໝັກໂຮງຮຽນມິດຕະພາບລາວ-ເກົາຫຼີ ໄດ້ສ້າງຂະບວນການອະນາໄມລວມ ເພື່ອຈັດການຂີ້ເຫຍື້ອດັ່ງກ່າວ...

ຫວຽດນາມ ປາບປາມແກັ້ງລັກແມວ ຍຶດຂອງກາງໄດ້ 18 ໂຕ ກ່ອນບຸນເຕັດ

ນະຄອນໂຮ່ຈີມິນ ປະເທດຫວຽດນາມ: ເຈົ້າໜ້າທີ່ຕຳຫລວດບ້ານດົງແທ່ງ (Đông Thạnh) ໄດ້ດຳເນີນຄະດີກັບຜູ້ຕ້ອງຫາ 9 ຄົນ ໃນຂໍ້ຫາລັກຊັບ, ພາຍຫລັງພົບພຶດຕິກຳອອກຊອກລັກແມວຂອງຊາວບ້ານໃນຫລາຍພື້ນທີ່ ເພື່ອຕອບສະໜອງຄວາມຕ້ອງການໃນຊ່ວງໃກ້ເທສະການບຸນເຕັດ ຫວຽດນາມ. ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນຫລັງໜຶ່ງ ພົບແມວທີ່ຖືກລັກມາຈຳນວນ 18 ໂຕ, ຍຶດໄດ້ອຸປະກອນຈັບສັດຫຼາຍຊະນິດ ລວມທັງສະເປພິກໄທ ທີ່ຜູ້ຕ້ອງຫາໃຊ້ສຳລັບກຽມຫຼົບໜີຫາກຖືກໄລ່ຈັບ. ຈາກການສືບສວນຂະຫຍາຍຜົນ ພົບຊາຍໄວ 68 ປີ ເຮັດໜ້າທີ່ເປັນຜູ້ຮັບຊື້ແມວທີ່ລັກມາ ເພື່ອນຳໄປຂາຍຕໍ່. ພາຍຫລັງການຈັບກຸມ...

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ

ສື່ມວນຊົນລາວຈາກສູນກາງ ລົງເຄື່ອນໄຫວຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນວັນທີ 9 ກຸມພາ 2026 ນໍາພາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າເລຂາປະຈໍາຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີຄະນະຮັບຜິດຊອບຂອງບໍລິສັດພູເບ້ຍມາຍນິງ ຈຳກັດ ໃຫ້ການຕ້ອນຮັບ. ທັງນີ້,...

ເປີດງານການກຸສົນ ຮ່ວມມື ລາວ-ຈີນ ລະດົມທຶນຊ່ວຍເຫລືອຜູ້ທຸກຍາກ ແລະ ດ້ອຍໂອກາດ

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາ ແລະ ຊ່ວຍເຫລືອສັງຄົມ (ມລພສ) ຮ່ວມກັບໂທລະພາບອາຊຽນ ສປ ຈີນ (ASEAN TV) ປະຈຳ ສປປ ລາວ ຈັດງານການກຸສົນຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ" ໃນວັນທີ 7 ກຸມພາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ...

ປກສ ເມືອງຍອດອູ ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ

ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພານ ເຂດພູຕາສານ (ຫົວນໍ້າຕອງ) ເມືອງຍອດອູ ແຂວງຜົ້ງສາລີ ເມື່ອບໍ່ດົນມານີ້ ໂດຍການນຳພາຂອງທ່ານ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ,...

ຮອດປີ 2030 ພະລັງງານໝູນວຽນ ແລະ ພະລັງງານນິວເຄລຍ ຈະສະໜອງໄຟຟ້າເຄິ່ງໜຶ່ງຂອງໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ມານີ້, ອົງການພະລັງງານສາກົນ ໄດ້ເຜີຍແຜ່ບົດລາຍງານໂດຍຄາດຄະເນວ່າ: ນັບແຕ່ນີ້ໄປຮອດປີ 2030, ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໃນທົ່ວໂລກຈະຫຼາຍກວ່າ 3.5%. ເມື່ອຮອດປີ 2030, ອັດຕາສ່ວນຂອງພະລັງງານໝູນວຽນ ແລະ ພະລັງງານນິວເຄລຍຈະເພີ່ມຂຶ້ນເປັນ 50% ຂອງພະລັງງານໄຟຟ້າທົ່ວໂລກ. ຖະແຫຼງການທີ່ກ່ຽວຂ້ອງຂອງອົງການພະລັງງານສາກົນ ລະບຸວ່າ: ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໄຟຟ້າທົ່ວໂລກໃນປັດຈຸບັນຈະສູງກວ່າ 10 ປີຜ່ານມາຢ່າງຫຼວງຫຼາຍ, ຄາດວ່າເມື່ອຮອດປີ 2030, ປະລິມານການໃຊ້ໄຟຟ້າທົ່ວໂລກທີ່ເພີ່ມໃໝ່ຈະເປັນ 2 ເທົ່າຂອງປະລິມານການໃຊ້ໄຟຟ້າຂອງສະຫະພາບເອີຣົບໃນປັດຈຸບັນ.

ກໍາປູເຈຍໄດ້ຈັດພິທີຕ້ອນຮັບ ປະທານປະເທດ ແຫ່ງ ສປປ ລາວ ຢ່າງອົບອຸ່ນ ແລະ ສົມກຽດ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກກຳປູເຈຍ ໃນວັນທີ 6-7 ກຸມພາ 2026 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ...

ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກທ່ອງທ່ຽວໃນປີຜ່ານມາ

ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ,​ ນັກທ່ອງທ່ຽວພາຍໃນ 286,941 ຄົນ, ນັກທ່ອງທ່ຽວຊາຍແດນ 133.809 ຄົນ ແລະ ນັກທ່ອງທ່ຽວສາກົນ 307,314 ຄົນ. ໃນ...

Latest news

- Advertisement -spot_img