- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ອຸດົມໄຊ ເຂົ້າຮ່ວມກອງປະຊຸມ ສາຍສຳພັນກົນໄກການຮ່ວມມື 4 ປະເທດ 10 ຝ່າຍ ເຂດຊາຍແດນ ຄັ້ງທີ 11

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 25-27 ພະຈິກ 2025, ຄະນະຜູ້ແທນ ຈາກ ສປປ ລາວ ລວມມີ: ແຂວງອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງຜົ້ງສາລີ ໃນນັ້ນ, ຄະນະຜູ້ແທນແຂວງອຸດົມໄຊ ນຳໂດຍ ທ່ານ ອາລຸນ ບຸນວິໄລ...

2 ທັນວາ ວັນມະຫາໄຊ ຂອງປວງຊົນລາວທັງຊາດ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນສະຖາປະນາ ສປປ ລາວ 2 ທັນວາ 1975 ເປັນວັນທີ່ມີຄວາມໝາຍສໍາຄັນຂອງຊາດລາວ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ. ທ່ານ ວານີດາ ຫອມສົມບັດ ປະທານ ບໍລິສັດ...

ສານປະຊາຊົນ ແຂວງວຽງຈັນ ຕັດສິນປະຫານຊີວິດຈຳເລີຍ 2 ຄົນໃນຄະດີຢາເສບຕິດ

ສານປະຊາຊົນ ແຂວງວຽງຈັນໄດ້ຕັດສິນປະຫານຊີວິດ ຈຳເລີຍ 2 ຄົນ ເມື່ອມໍ່ໆມານີ້ ໃນຄະດີຢາເສບຕິດ ແລະ 1 ຄົນ ໃນຄະດີລັກຊັບ ພົນລະເມືອງ ຖືກຕັດສິນລົງໂທດ ຕັດອິດສະຫຼະພາບ 5 ປີ. ຈຳເລີຍ 2 ຄົນ ທີ່ຖືກຕັດສິນປະຫານຊີວິດ ຊື່: ທ້າວ ສອນວິໄລ ອາຍຸ 35...

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາການຄ້າຈີນປະຈຳ ສປປ ລາວ ຄົບຮອບ 20 ປີ

​ໃນຕອນແລງວັນທີ 25 ພະຈິກ 2025, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາການຄ້າຈີນ ປະຈຳ ສປປ ລາວ ຄົບຮອບ 20 ປີ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ປະທານຄະນະກຳມະການຮ່ວມມືລາວ-ຈີນ; ມີທ່ານ ເອກອັກຄະລັດຖະທູດ ສປ...

ເກັ່ງໆ! ທີມຊາດລາວ U-17 ຊະນະ ທີມຊາດປາກິດສະຖານ 2:1

ທີມຊາດລາວ U-17 ເອົາຊະນະ ທີມຊາດປາກິດສະຖານ 2:1 ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ ( AFC U-17 Asian Cup 2026 Qualifiers ) ທີ່ປະເທດຄີກິສຖານ. ຖືວ່າທີມຊາດລາວ U-17 ໄດ້ສ້າງຜົນງານຢ່າງໂດດເດັ່ນໃນລາຍການນີ້ ໂດຍຊະນະສາມນັດຕິດຕໍ່ກັນຄື:...

ຜູ້ແທນກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ

ໃນວັນທີ 26 ພະຈິກ 2025, ຄະນະຜູ້ແທນກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໄດ້ເຂົ້າຮ່ວມກອງປະ ຊຸມຜູ້ບັນຊາການທະຫານບົກອາຊຽນ (ACAMM) ຄັ້ງທີ 26 ທີ່ປະເທດ ສິງກະໂປ ໂດຍການເປັນປະທານຂອງ ທ່ານ ພົນຕີ ໄກ ເດສ່ຽນ ຜູ້ບັນຊາການທະຫານບົກແຫ່ງກອງທັບສິງກະໂປ...

ສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ ການພັດທະນາເສດຖະກິດດີຈິຕອນ

ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖາບັນພັດທະນາສັງຄົມຂໍ້ມູນຂ່າວສານ ຈາກ ສ ເກົາຫລີ ໄດ້ຈັດສໍາມະນາໃນຫົວຂໍ້ ນະໂຍບາຍຂໍ້ມູນແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ ການພັດທະນາເສດຖະກິດດີຈິຕອນ ຂຶ້ນໃນວັນທີ 25 ພະຈິກ 2025 ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່...

3 ພາກສ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາກ້ອນກໍາລັງສວນສະໜາມ

ຫ້ອງການສະຫະພັນແມ່ຍິງກອງທັບຮ່ວມກັບບໍລິສັດ ມິດທີນກ້າວໜ້າຈໍາກັດ ແລະ ສະມາຄົມຄຸນຄ່າລາວ  ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກລວມມູນຄ່າທັງໝົດ 172,487,000 ກີບ ໃຫ້ບັນດາກ້ອນກໍາລັງສວນສະ ໜາມທີ່ພວມຫັດແອບຝຶກຊ້ອມສວນສະໜາມຢູ່ກອງພັນຍິງປືນ 199, ຕາງໜ້າກ່າວມອບໂດຍ ທ່ານ ນາງ ອານິດ ສີວິໄຊ ຮອງປະທານບໍລິສັດ ມິດທີນກ້າວໜ້າຈໍາກັດ ພ້ອມດ້ວຍຄະນະ ແລະ ຕາງໜ້າກ່າວ ຮັບໂດຍ ທ່ານ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ...

ລາວເຊຍລາວ! ມື້ນີ້ທີມຊາດລາວ U-17 ຈະພົບກັບທີມຊາດປາກິດສະຖານ

ມື້ນີ້ທີມຊາດລາວ U-17 ຈະລົງແຂ່ງຂັນເປັນນັດທີສາມໂດຍຈະພົບກັບທີມຊາດປາກິດສະຖານ ໃນເວລາ 16:00 ໂມງ (ເວລາໃນປະເທດລາວ) ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ ( AFC U-17 Asian Cup 2026 Qualifiers ) ທີ່ປະເທດຄີກິສຖານ. ສອງນັດຜ່ານມາ, ທີມຊາດລາວ...

ສປ ຈີນ ເປີດຕົວເຄືອຂ່າຍ 10ຈີ ທຳອິດຂອງໂລກຢ່າງເປັນທາງການ

ຕາມຂ່າວເພຈເຟສບຸກ Lao Youth Radio, ຈີນ ເປີດຕົວເຄືອຂ່າຍ ທີ່ ເອີ້ນວ່າເຄືອຂ່າຍ 10 ຈີ (10 G ) ຄັ້ງທຳອິດຂອງໂລກ ຢ່າງເປັນທາງການ ເຊິ່ງເປັນ ໂຄງສ້າງພື້ນຖານ ດ້ານໂທລະ ຄົມມະນາຄົມໃໝ່ ທີ່ມີພະລັງທີ່ສາມາດ ດາວໂຫລດ ຮູບເງົາ ເຕັມເລື່ອງໄດ້ ພາຍໃນ...

Latest news

- Advertisement -spot_img