- Advertisement -spot_img

AUTHOR NAME

Pele

244 POSTS
0 COMMENTS

ຮອງລັດຖະມົນຕີ ຕິດຕາມ-ກວດກາ ປໍ້ານໍ້າມັນຖ້າພົບເຫັນເຈດຕະນາປິດເພື່ອເກັງກໍາໄລ ຈະຖອນໃບອະນຸຍາດ

ວັນທີ 3 ມີນາ 2026 ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະ ລົງຕິດຕາມ-ກວດກາ ປໍ້ານໍ້າມັນຢູ່ຕາມຈຸດຕ່າງໆ ແລະ ບັນດາປໍ້າ ທີ່ຢຸດໃຫ້ບໍລິການຢ່າງຜິດປົກກະຕິ. ການລົງກວດກາຄັ້ງນີ້, ແມ່ນເພື່ອກວດກາ-ຕິດຕາມການໃຫ້ບໍລິການ ວ່າມີການກັກຕຸນນໍ້າມັນ ຫລື ປິດປໍ້າໂດຍພາລະການ, ພ້ອມທັງກວດສອບຕົວຈິງວ່າປໍ້າທີ່ປິດນັ້ນ ມີນໍ້າມັນເຫລືອຢູ່ໃນສາງ ຫລື...

ນະຄອນປາກເຊ “ເມືອງທ່ອງທ່ຽວສະອາດອາຊຽນ”

​ເມື່ອເວົ້າເຖິງ “ນະຄອນປາກເຊ”, ແຂວງຈໍາປາສັກ ພາບທີ່ປະກົດຂຶ້ນໃນສາຍຕາຂອງຊາວໂລກບໍ່ແມ່ນພຽງແຕ່ເມືອງປາກແມ່ນ້ຳສອງສີທີ່ສວຍງາມ ຫຼື ປະຕູສູ່ແຫຼ່ງທ່ອງທ່ຽວວັດທະນະທຳ-ທຳມະຊາດຂອງພາກໃຕ້ເທົ່ານັ້ນ, ແຕ່ໃນປີ 2026 ນີ້, ປາກເຊໄດ້ຢືນຢັນຖານະຄວາມເປັນເລີດອີກຄັ້ງດ້ວຍການຄວ້າລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2. ລາງວັນນີ້ບໍ່ແມ່ນພຽງແຕ່ແຜ່ນຄຳກຽດຕິຍົດທີ່ປະດັບໄວ້ໃນຫ້ອງການ, ແຕ່ມັນຄື “ສັນຍາໃຈ” ຂອງພວກເຮົາທຸກຄົນທີ່ຈະຮັກສາຄວາມງາມອັນຊົງຄຸນຄ່ານີ້ໃຫ້ຍືນຍົງ ເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍຮອຍຍິ້ມ ແລະ ສິ່ງແວດລ້ອມທີ່ສົດໃສ. ​ການຈະຮັກສາແຊ້ມ ແລະ ຍົກລະດັບການທ່ອງທ່ຽວແຂວງຈຳປາສັກໃຫ້ໂດດເດັ່ນໃນເວທີສາກົນນັ້ນ ບໍ່ສາມາດສຳເລັດໄດ້ດ້ວຍຄົນພຽງກຸ່ມດຽວ, ແຕ່ຕ້ອງອາໄສ ການຮ່ວມມືຂອງຫຼາຍພາກສ່ວນທີ່ເຂັ້ມແຂງປະກອບມີອຳນາດການປົກຄອງ...

LXML ຮ່ວມກັບ ຄຊກລ ມອບໃບປະກາດໃຫ້ນັກວິຊາການເກັບກູ້ລະເບີດຊຸດໃໝ່ ເພື່ອຍົກລະດັບຄວາມປອດໄພ ແລະ ພັດທະນາສີມືແຮງງານທ້ອງຖິ່ນ

ວັນທີ 27 ກຸມພາ 2026 ຢູ່ທີ່ພາກສະໜາມ ບໍ່ຄຳ-ທອງ ເຊໂປນ, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີມອບໃບປະກາດໃຫ້ແກ່ນັກວິຊາການເກັບກູ້ລະເບີດບໍ່ທັນແຕກ (UXO) ຂັ້ນ 1 ຈຳນວນ 20 ທ່ານ ທີ່ສຳເລັດການຝຶກອົບຮົມ. ພິທີດັ່ງກ່າວເຂົ້າຮ່ວມໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ,...

ແຈ້ງການມອດໄຟ ວັນທີ 4 ແລະ 6/3/2026 ເມືອງ ສີສັດຕະນາກ, ເມືອງ ຈັນທະບູລີ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ເກມ 3! ຈັບໜຸ່ມສາວ ພ້ອມຄໍລະເຈນ, ກະທອມ, ຢາເຄ

ໃນຄັ້ງວັນທີ 3/2/ 2026 ເວລາປະມານ 11ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານໂພນສະຫັວນ ນະຄອນປາກເຊ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 3 ຄົນ ຊື່: + ທ້າວ ສຸກສັນ ອາຍຸ 19 ປີ...

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຕິດຕາມການກໍ່ສ້າງຂົວ 12ແຫ່ງ

ໃນວັນທີ 1 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການກໍ່ສ້າງຂົວ 12 ແຫ່ງ ຕາມທາງເລກ 20 ແຂວງຈຳປາສັກ- ແຂວງ ສາລະວັນ ເຊິ່ງເຫັນວ່າ ພາບລວມການກໍ່ສ້າງຂົວທັງໝົດ 12...

“ກຳນົດວັນຈັນ ທີ 9 ມີນາ 2026 ເປັນມື້ພັກຊົດເຊີຍວັນແມ່ຍິງສາກົນ ປີນີ້”

ອີງຕາມໜັງສືແຈ້ງການ​ ສະບັບເລກທີ​ 2118/ຫສນຍ,​ ລົງວັນທີ​ 26​ ທັນວາ​ 2025​ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ​ ໄດ້ລະບຸໄວ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: ເພື່ອໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ເປັນບ່ອນອີງໃນການສ້າງແຜນເຄື່ອນໄຫວວຽກງານຂອງບັນດາ ກະຊວງ, ອົງການຕ່າງໆ ຂອງສູນກາງ ແລະ...

ແຈ້ງປັບລາຄານ້ຳມັນ ຂອງວັນທີ 26/02/2026

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 26/02/2026 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0323/ກຄພນ ລົງວັນທີ 25.ກພ. 2026 ທີ່ມາ:LAO STATE FUEL COMPANY (LSFC) ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)

ນາຍົກລັດຖະມົນຕີ ຕິດຕາມການກໍ່ສ້າງຕໍ່ເຕີມຫ້ອງເຮັດວຽກ-ຫ້ອງປະຊຸມໃຫຍ່ ສະພາປະຊາຊົນແຂວງຈໍາປາສັກ

ໃນໂອກາດລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຈໍາປາສັກ ໃນລະຫວ່າງວັນທີ 21-22 ກຸມພາ 2026 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມກວດກາຄວາມຄືບໜ້າໂຄງການກໍ່ສ້າງຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມໃຫຍ່...

Latest news

- Advertisement -spot_img