- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ລາຍງານສະພາບອາກາດປະຈໍາວັນທີ 16 ກຸມພາ 2026

ຄວາມກົດດັນສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສ່ວນໃນຕອນບ່າຍອາກາດຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 11–29 ອົງສາ. ພາກເໜືອດ້ານຕາເວັນຕົກ...

ລວມແຄັບຊັ້ນວາເລນໄທນ໌ຍອດຮິດ 2026 ທັງຄົນມີຄູ່ ຄົນໂສດ ຄຳຄົມຫວານໆ ໂພສແນວໃດກໍປັງລອງມາເບິ່ງແຄັບຊັ້ນທີ່ MahasanNews ເຮົາລວບລວມມາໃຫ້ຮັບຮອງວ່າເອົາຢູ່!

ເມື່ອວັນທີ 14 ກຸມພາ ຫຼື "ວັນວາເລນໄທນ໌" ມາເຖິງທຸກທີ ເທິງໜ້າຈໍໂຊຊຽວ ເຮົາມັກຈະເຫັນຄຳຄົມ ແຄັບຊັນເກ๋ໆ ຕາມກະແສຮັບວັນວາເລນໄທນ໌ກັນຢູ່ຕະຫຼອດເຊິ່ງໃນປີນີ້ເຮົາເອົາໃຈທັງຄົນໂສດແລະ ບໍ່ໂສດ ກັບ "ແຄັບຊັນວາເລນໄທນ໌" ໃຫ້ເອົາໄປໂພສລົງໂຊຊຽວກັນແບບເຕັມທີ່ ເຜື່ອໃຜໝົດມຸກບໍ່ຮູ້ຈະໂພສອະໄຣວັນວາເລນໄທນ໌ ລອງມາເບິ່ງແຄັບຊັນທີ່ MahasanNews ເຮົາລວບລວມມາໃຫ້ຮັບຮອງວ່າເອົາຢູ່! ແຄັບຊັ້ນວາເລນໄທນ໌ ຮັບວັນແຫ່ງຄວາມຮັກ ເຖິງເຈົ້າຈະຢູ່ຫ່າງໄກ ແຕ່ຫົວໃຈເຮົາຍັງຢູ່ໃກ້ກັນ ໜ້າຮັກແບບເຈົ້າ ມີນາມສະກຸນໃຊ້ ຫຼື ຍັງ ຮອຍຍິ້ມຈາງໆ ພໍຈະເຮັດໃຫ້ໃຈເຈົ້າບາງບ້າງບໍ່ ບໍ່ໄດ້ສຸດຈັດບໍ່ລືມບອກ...

BMW ເອີ້ນຄືນລົດທົ່ວໂລກ ຫຼາຍແສນຄັນ ຫລັງກວດພົບຄວາມສ່ຽງໄຟໄໝ້ຈາກລະບົບສະຕາດ

ບີເອັມດັບເບິນຢູ (BMW) ຜູ້ຜະລິດລົດຍົນຂອງເຢຍລະມັນ ປະກາດເອີ້ນຄືນລົດຍົນຈາກທົ່ວໂລກຫຼາຍແສນຄັນ ເນື່ອງຈາກກວດພົບຂໍ້ບົກພ່ອງທາງເທັກນິກທີ່ອາດເຮັດໃຫ້ເສີ່ຍງຕໍ່ໄຟໄໝ້ ໂດຍບໍ່ໄດ້ເປີດເຜີຍຕົວເລກທີ່ແນ່ນອນ ແຕ່ລະບຸວ່າມີລົດຍົນໃນເຢຍລະມັນທີ່ໄດ້ຮັບຜົນກະທົບ 28,582 ຄັນ ຂະນະສື່ອອຸດສາຫະກຳທ້ອງຖິ່ນລະບຸວ່າຕົວເລກອາດສູງເຖິງ 5.75 ແສນຄັນ. ລາຍງານລະບຸວ່າ ບີເອັມດັບເບິນຢູກວດພົບຕົ້ນຕໍຂອງບັນຫາຢູ່ທີ່ລະບົບສະຕາດ ໂດຍການສະຕາດເຄື່ອງຍົນຫຼາຍຄັ້ງເກີນໄປ ອາດເຮັດໃຫ້ສະວິດສຶກຫຼໍ່ເກີນໄປ ຈົນອາດນຳໄປສູ່ການລັດວົງຈອນ ແລະຂໍ້ບົກພ່ອງນີ້ອາດເຮັດໃຫ້ເກີດໄຟໄໝ້ຂະນະລົດຍົນກຳລັງເຮັດວຽກໃນບາງກໍລະນີ ຈຶ່ງມີການເອີ້ນຄືນລົດຫຼາຍລຸ້ນ ໄດ້ແກ່ ບີເອັມດັບເບິນຢູ ຊີຣີສ໌ 2, 3, 4...

ພະນັກງານຮ້ານຂາຍເຫຼົ້າໃນລັດເວີຈີເນຍ ສະຫະລັດອາເມລິກາ ຄິດວ່າຮ້ານຂອງຕົນເອງຖືກໂຈນບຸກ ເມື່ອເຂົ້າມາເຫັນແກ້ວເຫຼົ້າແຕກກະຈາຍແທ້ຈິງແລ້ວໂຈນຜູ້ນັ້ນແມ່ນ…

ໃຜຈະຄິດວ່າ ໂຈນບຸກຮ້ານເຫຼົ້າ ແລ້ວຍັງກໍ່ເຫດລັກລອບເຂົ້າສະຖານທີ່ເປົ້າໝາຍອີກຫຼາຍແຫ່ງ ໃນເຂດແຮນໂນເວີ ລັດເວີຈີເນຍຂອງສະຫະລັດ ເມື່ອບໍ່ດົນມານີ້ ຈະເປັນ ແຣັກຄູນໂຕນີ້ ທີ່ໄດ້ສາຍາເປັນ "ແພນດ້າຈອນຈັດ" ໄປແລ້ວການກໍ່ອາຊະຍາກຳຕໍ່ເນື່ອງຂອງຈອມໂຈນຫາງລາຍໂຕນີ້ ຕົກເປັນຂ່າວໂຄມະຄົມ ເມື່ອມີການພົບເຫັນ ແຣັກຄູນໂຕນີ້ ນອນເມົາແອ໋ໝົດສະພາບ ຢູ່ຕົງໂຖສ້ວມໃນຫ້ອງນ້ຳຂອງຮ້ານຈຳໜ່າຍສຸລາແອຊແລນດ໌ ໃນແຮນໂນເວີ ຫຼັງເທດສະການຂອບໃຈພຣະເຈົ້າບໍ່ເທົ່າໃດວັນ. ຄາດວ່າຄົງຈະດື່ມເຫຼົ້າເຂົ້າໄປຫຼາຍ ຈົນເມົາໝົດສະຕິ ມີຫຼັກຖານຢືນຢັນໄດ້ຈາກຂວດເຫຼົ້າທີ່ແຕກກະຈາຍໃນຮ້ານໃຫ້ເຫັນຫຼາຍແກ້ວກໍເລີຍໂດນເຈົ້າໜ້າທີ່ຈັບຕົວ ວີລະກຳຍັງບໍ່ໝົດພຽງເທົ່ານັ້ນ ຈາກການສືບສວນຂອງໜ່ວຍງານຄຸ້ມຄອງແລະທີ່ພັກພິງສັດພົບວ່າ ຈອມໂຈນແຣັກຄູນໂຕນີ້ ປະຫວັດບໍ່ທຳມະດາ...

ທ່ານທຣຳປ໌ຍົກເລີກມາດຕະຖານການຄວບຄຸມອາຍພິດຈາກພາຫະນະ (ອະດີດປະທານາທິບໍດີໂອບາມາວິພາກວິຈານວ່າ ແມ່ນການອ້າງຊ່ວຍທຸລະກິດນ້ຳມັນເຊື້ອໄຟຟອສຊິນ-ສົ່ງຜົນກະທົບສຸຂະພາບປະຊາຊົນ)

ເມື່ອວັນທີ 12 ກຸມພາ ປະທານາທິບໍດີໂດນັລ ທຣຳປ໌ ຂອງສະຫະລັດ ປະກາດຍົກເລີກຜົນການສຶກສາທາງວິທະຍາສາດທີ່ລະບຸວ່າ ການປ່ອຍອາຍແກັສເຮືອນແກ້ວເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແລະ ຍົກເລີກລະບຽບມາດຕະຖານການປ່ອຍມົນລະພິດຈາກທໍ່ອາຍລົດ ແລະ ລົດບັນທຸກ ພ້ອມກ່າວວ່າ ຂະບວນການຍົກເລີກພາຍໃຕ້ການດຳເນີນງານຂອງສຳນັກງານປົກປ້ອງສິ່ງແວດລ້ອມ (EPA) ໄດ້ສຳເລັດແລ້ວ ນະໂຍບາຍຂອງອະດີດປະທານາທິບໍດີບາຣັກ ໂອບາມາ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ອຸດສາຫະກຳຍານພາຫະນະຂອງສະຫະລັດ ທັງຍັງເຮັດໃຫ້ລາຄາສິນຄ້າສູງຂຶ້ນ ຫຼັງຈາກກ່ອນໜ້ານີ້ ລັດຖະບານສະຫະລັດຍົກເລີກກົດລະບຽບຫຼາຍຂໍ້ ແລະ ດຳເນີນມາດຕະການຕ່າງໆທີ່ກ່ຽວຂ້ອງກັບການປ່ຽນແປງສະພາບອາກາດ ເຊິ່ງໄດ້ອຳນວຍຜົນປະໂຫຍດຕໍ່ການພັດທະນາເຊື້ອເພີງຟອສຊິນ...

ເເມັກຊິໂກ ເປີດຕົວ “ຫຸ່ນຍົນໝາ ແລະ ປືນສະກັດໂດຣນ” ເພື່ອຮັກສາຄວາມປອດໄພ ການແຂ່ງຂັນບານເຕະໂລກ 2026

ສຳນັກຂ່າວ AFP NEWS Agency ລາຍງານວັນທີ 11 ກຸມພາ 2026 ວ່າ: ກະຊວງປ້ອງກັນປະເທດ ເມັກຊິໂກ ໄດ້ຈັດສະແດງລະບົບປ້ອງກັນອາກາດຍານບໍ່ມີຄົນຂັບ, ອຸປະກອນຕັດສັນຍານວິທະຍຸ, ປືນລ໊ອກເປົ້າສະກັດໂດຣນ ແລະ ຝູງຫຸ່ນຍົນໝາ ເຊິ່ງຈະເປັນກຳລັງເສີມທີ່ສຳຄັນໃນການຮັກສາຄວາມປອດໄພຢູ່ສະໜາມກິລາ ແລະ ເຂດທີ່ພັກຂອງແຟນບານ ໃນໄລຍະການແຂ່ງຂັນ ບານເຕະໂລກ2026 “ FIFA World...

ແຂວງຄໍາມ່ວນ ສໍາເລັດການປູກເຂົ້ານາແຊງ ແລ້ວ 13,009 ເຮັກຕາໃນລະດູການປູກເຂົ້ານາແຊງ ສົກປີ 2025 – 2026

ໃນລະດູການປູກເຂົ້ານາແຊງ ສົກປີ 2025 – 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ ,...

ລາຍງານສະພາບອາກາດປະຈໍາວັນທີ 13 ກຸມພາ 2026

ຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ, ສ່ວນໃນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນຢູູ່ໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ...

ທູດລາວ ຖວາຍສານຕາຕັ້ງຕໍ່ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ

ຂປລ. ໃນວັນທີ 11 ກຸມພາ 2025 ທີ່ພະບໍລົມມະຫາຣາຊະວັງອໍາພອນ, ທ່ານ ສີສະຫວາດ ອິນພະຈັນ ໄດ້ ເຂົ້າເຝົ້າ ພະບາດສົມເດັດ ມະຫາວະຊິລາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະບໍລົມຣາຊິນີ ແຫ່ງ ຣາຊະອານາຈັກໄທ ເພື່ອຖວາຍສານຕາຕັ້ງດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ...

ຮູ້ຈັກກັບຄຸນປະໂຫຍດທາງໂພຊະນາການຂອງໝາກເຜັດໃຫຍ່ທັງສາມສີ

ຫມາກເຜັດໃຫຍ່3 ສີ ໝາກພິກຫວານສີຂຽວເປັນໄລຍະທີ່ຜົນຍັງບໍ່ສຸກເຕັມທີ່ ຖ້າປ່ອຍໃຫ້ເຕີບໃຫຍ່ຕໍ່ໄປ ສີຂອງຜົນຈະປ່ຽນຈາກສີຂຽວເປັນສີເຫຼືອງ ສີສົ້ມ ແລະ ສີແດງຕາມລຳດັບ ໂດຍພົບວ່າ ຍິ່ງສຸກຫຼາຍຂຶ້ນ ປະລິມານວິຕາມິນ ແລະ ສານຕ້ານອະນຸມູນອິສະຫຼະຈະເພີ່ມສູງຂຶ້ນ ໃນຂະນະທີ່ປະລິມານນ້ຳຕານຕາມທຳມະຊາດກໍເພີ່ມຂຶ້ນເຊັ່ນກັນ. ຄຸນຄ່າທາງໂພຊະນາການ ແລະ ປະໂຫຍດຂອງໝາກເຜັດໃຫຍ່ 3 ສີ: ໝາກເຜັດໃຫຍ່ສີແດງ: ໝາກເຜັດໃຫຍ່ສີແດງເປັນໄລຍະທີ່ສຸກເຕັມທີ່ ມີປະລິມານວິຕາມິນຊີສູງຫຼາຍ ເມື່ອທຽບກັບຜັກທົ່ວໄປ ລວມທັງມີສານແຄໂຣທີນອຍດ໌ ແລະ ແຄບແຊນທີນໃນລະດັບສູງ ສານເຫຼົ່ານີ້ມີບົດບາດໃນການຕ້ານອະນຸມູນອິສະຫຼະ...

Latest news

- Advertisement -spot_img