- Advertisement -spot_img

AUTHOR NAME

Jenjila

351 POSTS
0 COMMENTS

ກຽມຮັບຊົມການສະແດງໂດຣນໃນເວລາປະມານ 1-4ໂມງເຊົ້າເພື່ອກຽມໃສ່ການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ 2 ທັນວາ ຄົບຮອບ 50 ປີ

ໃນເວລາປະມານ 1-4ໂມງເຊົ້າ, ທາງພາກສ່ວນກ່ຽວຂ້ອງໄດ້ມີການຊ້ອມບິນໂດຣນໃຫ້ເປັນຮູບພາບສັນຍາລັກຕ່າງໆ ເພື່ອກຽມໃສ່ການສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ 2 ທັນວາ ຄົບຮອບ 50 ປີ. ງານໃຫຍ່ຂອງຊາດໃນຄັ້ງນີ້ກຽມພົບກັບຄວາມຍິ່ງໃຫຍ່ ສວຍງາມ ແລະ ອະລັງການ.

ພະແນກ ວທ ນະຄອນຫຼວງວຽງຈັນ ບໍ່ສະໜັບສະໜຸນ ການນຳເຂົ້າສິລະປິນຕ່າງປະເທດ ເພື່ອມາຈັດຄອນເສີດ ໃນໄລຍະເດືອນພະຈິກ 2025 ຫາ ຕົ້ນເດືອນມີນາ 2026 ຕາມແຈ້ງການດັ່ງລຸ່ມນີ້

ພະແນກ ວທ ນະຄອນຫຼວງວຽງຈັນ ອອກແຈ້ງການ ໂດຍມີເນື້ອໃນ ບໍ່ສະໜັບສະໜຸນ ການນຳເຂົ້າສິລະປິນຕ່າງປະເທດ ເພື່ອມາຈັດຄອນເສີດ ໃນໄລຍະເດືອນພະຈິກ 2025 ຫາ ຕົ້ນເດືອນມີນາ 2026 ຕາມແຈ້ງການດັ່ງລຸ່ມນີ້:

ຮອງ ລມຕ ກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມສໍາມະນາ “Korea-Laos Future Forum 2025”ຢູ່ ສ.ເກົາຫຼີ

ໂດຍອີງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສ.ເກົາຫຼີ ໃນລະຫວ່າງວັນທີ 24-25 ພະຈິກ 2025 ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາ ໃນຫົວຂໍ້ “Korea-Laos Future Forum 2025”,...

ພິທີມອບ-ຮັບ ໂຄງການອະນຸລັກ-ບູລະນະໂຮງນາງສີດາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ມໍລະດົກໂລກ ວັດພູຈໍາປາສັກ

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການອະນຸລັກ, ບູລະນະໂຮງນາງສີດາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ມໍລະດົກໂລກ ວັດພູຈໍາປາສັກ ທີ່ເປັນໂຄງການຮ່ວມມືລາວ-ເກົາຫລີ ຈັດຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສະຖານບູຮານໂຮງນາງສີດາ ມໍລະດົກໂລກວັດພູຈຳປາສັກ ເມືອງຈຳປາສັກ ແຂວງຈຳປາສັກ ຕາງໜ້າມອບໂດຍ ທ່ານ ຄີຢອງລີ...

ປະໂຫຍດຈາກທຳມະຊາດເປືອກໝາກໄມ້ 4 ຊະນິດ ຊ່ວຍໄລ່ຍຸງ ດັບກິ່ນ

ຮູ້ ຫລື ບໍ່ວ່າ ເປືອກໝາກໄມ້ທີ່ເຮົາຄຸ້ນເຄີຍ ເຊັ່ນ: ໝາກກ້ຽງ, ໜາກນາວ, ໝາກສົ້ມໂອ ແລະ ໝາກນັດ ຖືເປັນ "ອາວຸດ" ຊັ້ນດີໃນການໄລ່ຍຸງ ເນື່ອງຈາກມີນ້ຳມັນຫອມລະເຫີຍຕາມທຳມະຊາດທີ່ແມງໄມ້ ແລະ ຍຸງບໍ່ມັກ. ເປືອກໝາກກ້ຽງ ແລະ ໝາກກ້ຽງຫວານ ຫຼາຍຄົນມັກຈະຖິ້ມເປືອກໝາກກ້ຽງ ຫຼັງຈາກກິນແລ້ວ ແຕ່ຮູ້ບໍ່ວ່ານີ້ແມ່ນອາວຸດທຳມະຊາດທີ່ໄລ່ຍຸງໄດ້ຜົນດີ ໃນເປືອກເຫຼົ່ານີ້ມີສານ "ລິໂມນີນ" (Limonene) ເຊິ່ງເປັນສານປະກອບທີ່ມີກິ່ນຫອມສະເພາະຕົວ...

ປິດງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ດ້ວຍຜົນສຳເລັດຢ່າງຈົບງາມ ພ້ອມສົ່ງຕໍ່ແຂວງຈຳປາສັກເປັນເຈົ້າພາບ ຄັ້ງທີ XIII

ງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ປີ 2025 ນະຄອນຫລວງວຽງຈັນເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ທີ່ສະໝາມກິລາ ແຫ່ງຊາດ (ຫຼັກ16) ນະຄອນຫລວງວຽງຈັນ ຈັດຂຶ້ນໃນລະຫວ່າງ 15-25 ພະຈິກ 2025 ໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ...

ລາຍງານສະພາບອາກາດປະຈໍາວັນທີ 26 ພະຈິກ ປີ 2025

ມວນອາກາດໜາວເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ. ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ.ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຍັງຈະສືບຕໍ່ເຢັນຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ...

ສປປ ລາວ ຜັກດັນການປະຕິຮູບການຄຸ້ມຄອງໜີ້ສິນສາທາລະນະ

ຂປລ. ກະຊວງການເງິນ ຮ່ວມກັບທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາ ກົນ (IMF) ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາ ລະນະ ຄັ້ງທີ 2 ໃນວັນທີ 25 ພະຈິກ 2025 ຢູ່ນະຄອນຫລວງວຽງຈັນ ແນໃສ່ຜັນຂະຫຍາຍຍຸດທະສາດ ທີ່ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດທະພາບ, ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ...

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືລັດຖະມົນຕີ ອີຢູ ແລະ ອິນໂດ-ປາຊີຟິກ ຄັ້ງທີ 4

ຂປລ. ໃນວັນທີ 20 ພະຈິກ 2025 ຜ່ານມາ, ຄະນະຜູ້ແທນລາວ ນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມອາຫານທ່ຽງແບບເຮັດວຽກ ລະຫວ່າງ ລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ອີຢູ ໂດຍການເປັນເຈົ້າພາບຂອງ ທ່ານ ນາງ Kaja Kallas ຮອງປະທານກໍາມາທິການ,...

ສານຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປລາວ(ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນວັນທີ 25 ພະຈິກ 2025)

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25/11/2000-25/11/2025)ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ...

Latest news

- Advertisement -spot_img