ໃນລະຫວ່າງວັນທີ 4 ຫາ 5 ເມສາ 2026 ຜ່ານມານີ້, ທ່ານ ນາງ ບົວພັນ ລີໄກຢາ ອະດີດສະມາຊິກສະພາແຫ່ງຊາດ,ປະທານກຳມະທິການບັນດາເຜົ່າຄະນະປະຈຳສະພາແຫ່ງຊາດພ້ອມດ້ວຍໝູ່ເພື່ອນຈາກອະດີດໂຮງຮຽນວັດທະນາທຳສູນກາງ ໄດ້ພ້ອມກັນນຳເອົາວັດຖຸເຄື່ອງ ອຸປະໂພກ-ບໍລິໂພກ ແລະ ເຄື່ອງນຸ່ງ ມອບໃຫ້ສູນເສຍອົງຄະ 194 ແລະ 294 ແຂວງຊຽງຂວາງ ໃນມູນຄ່າ 187,000 000 ກີບ.ໂດຍມີ ທ່ານ ນາງ ສົມພອນ ໂສພິລາວັນ, ຮອງປະທານສະພາ ແຂວງຊຽງຂວາງ ພ້ອມດ້ວຍບັນດານັກຮົບເສຍອົງຄະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ຄະນະກໍໄດ້ໂອ້ລົມອ້າຍເອື້ອຍນ້ອງ ນັກຮົບຈໍານວນ 4 ສະຫາຍ ທີ່ໄດ້ເສຍຂາໜຶ່ງເບື້ອງ, ສອງເບື້ອງ ແລະ ເສຍແຂນ ໃນການຕໍ່ສູ້ກັບສັດຕູໃນບັ້ນຮົບກູ້ກຽດ ທະນົງກຽດ ແລະ ເຂດໄຊສົມບູນ. ພະນັກງານບັນດານັກຮົບເສຍອົງຄະທີ່ໄດ້ປະກອບສ່ວນເຫື່ອແຮງເລືອດເນື້ອ ຕເອົາຊະນະສັດຕູ ເພື່ອປົດປ່ອຍປະເທດຊາດ ແລະ ອອກຈາກຄວາມເປັນຂ້ອຍຂ້າມ້າໃຊ້ສັດຕູຜູ້ເຂົ້າມາຮຸກຮານ.

ຂ່າວ: ດວງມີໄຊ ລີໄກຢາ





