
ສະພາແຫ່ງຊາດຫວຽດນາມ ມີມະຕິເຫັນດີ 100% ເລືອກເອົາທ່ານ ໂຕ ເລິມ (To Lam), ໄວ 68 ປີ, ໃຫ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວາລະປີ 2026-2031 ຢ່າງເປັນທາງການ. ການກ້າວຂຶ້ນສູ່ຕຳແໜ່ງສູງສຸດໃນຄັ້ງນີ້ ຖືເປັນການຮັດແໜ້ນອຳນາດຄັ້ງປະຫວັດສາດ ເນື່ອງຈາກທ່ານ ໂຕ ເລິມ ຈະຄວບທັງຕຳແໜ່ງເລຂາທິການໃຫຍ່ພັກຄອມມູນິດ ແລະ ປະທານປະເທດ, ເຊິ່ງເປັນຮູບແບບການນຳທີ່ຄ້າຍຄືກັບ ປະທານປະເທດ ສີ ຈິ້ນຜິງ ຂອງຈີນ.
ທ່ານ ເລ ຮົງ ເຮຍບ໌ (Le Hong Hiep), ຊ່ຽວຊານຈາກສະຖາບັນ ISEAS ໃນສິງກະໂປ ໃຫ້ທັດສະນະວ່າ: ນີ້ຄືການຫັນປ່ຽນຄັ້ງສຳຄັນຂອງຫວຽດນາມ ຈາກເດີມທີ່ເນັ້ນການຕັດສິນໃຈຮ່ວມກັນແບບຄະນະບຸກຄົນ ໄປສູ່ຮູບແບບການນຳແບບ “ຜູ້ນຳທີ່ເຂັ້ມແຂງ” ຫຼື ກາຍເປັນຜູ້ນຳສູງສຸດຂອງປະເທດຢ່າງແທ້ຈິງ.

ການປະຕິຮູບໂຄງສ້າງ ແລະ ການລວມສູນອຳນາດ
ທ່ານ ໂຕ ເລິມ ຂຶ້ນສູ່ອຳນາດຫຼັງການເຖິງແກ່ມໍລະນະກຳຂອງອະດີດຜູ້ນຳພັກ “ຫງວຽນ ຝູ ຈ້ອງ” ເມື່ອປີ 2024 ແລະ ໄດ້ສ້າງການປ່ຽນແປງຢ່າງວ່ອງໄວ. ໃນຊ່ວງໄລຍະບໍ່ຮອດ 2 ປີທີ່ຜ່ານມາ, ທ່ານ ໂຕ ເລິມ ໄດ້ເລັ່ງການປະຕິຮູບໂຄງສ້າງລັດ ໂດຍມີການ:
- ໂຮມບັນດາແຂວງເຂົ້າກັນ.
- ຍຸບເລີກກະຊວງ ແລະ ອົງການຈັດຕັ້ງລັດ ເຖິງ 8 ແຫ່ງ.
- ປັບຫຼຸດຈຳນວນພະນັກງານລັດຖະກອນລົງເກືອບ 150,000 ຕຳແໜ່ງ.
ທັງໝົດນີ້ ແມ່ນເພື່ອຂະຈັດລະບົບການເຮັດວຽກທີ່ຊັກຊ້າ ແລະ ລວມສູນອຳນາດໃນການຕັດສິນໃຈໃຫ້ມີປະສິດທິພາບຫຼາຍຂຶ້ນ.
ເປົ້າໝາຍເສດຖະກິດ ແລະ ຄວາມທ້າທາຍລະດັບໂລກ
ທ່ານ ໂຕ ເລິມ ໄດ້ຕັ້ງເປົ້າໝາຍໃນການຂັບເຄື່ອນເສດຖະກິດໃຫ້ເຕີບໂຕໃນລະດັບ 10% ຕໍ່ປີ ໃນໄລຍະ 5 ປີຕໍ່ໜ້າ ຜ່ານນະໂຍບາຍທີ່ສະໜັບສະໜູນພາກເອກະຊົນ ແລະ ໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່.
ເຖິງແມ່ນວ່າໃນປີ 2025 ເສດຖະກິດຫວຽດນາມ ຈະເຕີບໂຕໄດ້ເຖິງ 8% ແຕ່ກໍຍັງຕ້ອງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ ໂດຍສະເພາະ:
- ມາດຕະການກຳແພງພາສີ 20% ຈາກລັດຖະບານສະຫະລັດອາເມລິກາ.
- ວິກິດການພະລັງງານໂລກ ທີ່ພວມເກີດຂຶ້ນໃນປັດຈຸບັນ.
ເຖິງຢ່າງໃດກໍຕາມ, ລັດຖະບານຂອງທ່ານ ໂຕ ເລິມ ຍັງຕ້ອງຜະເຊີນກັບບົດທົດສອບທີ່ສຳຄັນໃນຫຼາຍດ້ານ, ທັງແຮງກົດດັນຈາກສະຫະລັດອາເມລິກາ ທີ່ພະຍາຍາມສະກັດກັ້ນການສວມສິດສົ່ງອອກສິນຄ້າຈີນຜ່ານຫວຽດນາມ, ລວມທັງຜົນກະທົບຈາກຄວາມຂັດແຍ້ງໃນຕາເວັນອອກກາງ ທີ່ເຮັດໃຫ້ລາຄານ້ຳມັນພຸ່ງສູງຂຶ້ນ ຈົນອາດນຳໄປສູ່ພາວະຂາດແຄນພະລັງງານໃນພາກພື້ນ ແລະ ການຮັກສາຄວາມສົມດຸນລະຫວ່າງ ສະຫະລັດອາເມລິກາ ເຊິ່ງເປັນຕະຫຼາດສົ່ງອອກຫຼັກ ແລະ ຈີນ ໃນຖານະຜູ້ສະໜອງວັດຖຸດິບລາຍໃຫຍ່ທີ່ສຸດ.
ໃນການຖະແຫຼງຕໍ່ສະພາ, ທ່ານ ໂຕ ເລິມ ໄດ້ເນັ້ນຢ້ຳວ່າ:
“ຊາດໃດທີ່ກ້າປະຕິຮູບເຊີງຍຸດທະສາດ, ປັບປຸງສະຖາບັນຕ່າງໆ ໄດ້ທັນທ່ວງທີ ແລະ ສາມາດດຶງທ່າແຮງຂອງປະຊາຊົນອອກມາໄດ້, ຊາດນັ້ນຈະກ້າວຂຶ້ນມາເປັນຜູ້ນຳ ແລະ ພັດທະນາຢ່າງຍືນຍົງ.”
ທັງນີ້, ທ່ານ ໂຕ ເລິມ ຖືເປັນຜູ້ນຳຄົນທຳອິດໃນປະຫວັດສາດສະໄໝໃໝ່ຂອງຫວຽດນາມ ທີ່ສາມາດຄວບສອງຕຳແໜ່ງສູງສຸດຜ່ານຂະບວນການຄັດເລືອກຕາມປົກກະຕິຂອງພັກ ໂດຍບໍ່ໄດ້ເປັນການເຂົ້າຮັບຕຳແໜ່ງແທນຜູ້ທີ່ເສຍຊີວິດແບບກະທັນຫັນ, ເຊິ່ງສະທ້ອນໃຫ້ເຫັນເຖິງອຳນາດບາລະມີທີ່ເດັດຂາດໃນປັດຈຸບັນ.
ແຫຼ່ງຂໍ້ມູນ: AFP





