16 C
Vientiane
ວັນທີ 1 December, 2025

ເປີດງານວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ

Must read

ພິທີເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຈັດຂຶ້ນວັນທີ 28 ພະຈິກ 2025 ທີ່ຫໍພິພິທະພັນໄກ ສອນ ພົມວິຫານ ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຮອງປະທານປະເທດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຮອງລັດຖະ ມົນຕີ ແລະ ພະນັກງານກ່ຽວຂ້ອງ.

ໃນພິທີທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ກ່າວວ່າ 50 ປີ ຜ່ານມາປະເທດຊາດໄດ້ຜ່ານຜ່າເສັ້ນທາງແຫ່ງການພັດທະນາທີ່ເຕັມໄປດ້ວຍຜົນສໍາເລັດອັນໃຫຍ່ຫຼວງໃນແຕ່ລະໄລຍະພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິ ວັດລາວໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າ ແລະ ລຸ້ນສືບທອດແຕ່ລະສະໄໝຈົນເຖິງປັດຈຸບັນເປັນຕົ້ນແມ່ນແນວທາງການປ່ຽນແປງໃໝ່ ເຮັດໃຫ້ປະເທດຊາດໄດ້ບັນລຸຜົນສໍາເລັດທີ່ໜ້າພາກພູມໃຈໃນຫຼາຍຂົງເຂດ ເຊິ່ງງານວາງສະ ແດງຮູບພາບພາຍໃຕ້ຫົວຂໍ້ “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາ ພັດທະ ນາປະເທດຊາດຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມ ວິຫານ” ໂດຍຈະສະແດງໃຫ້ເຫັນໝາກຜົນ ເຫດການອັນສໍາຄັນ ໂດດເດັ່ນ ເລິກເຊິ່ງ ແລະ ປະທັບໃຈທີ່ສຸດທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນທີ່ສະແດງເຖິງຜົນສໍາເລັດໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ເນື້ອໃນການຈັດວາງສະແດງປະກອບມີ II ພາກໃຫຍ່ຄື ພາກທີ I ຊີວິດ ແລະ ພາລະກິດປະຕິ ວັດຂອງປະທານໄກສອນ ພົມວິຫານ 1920-1992 ພາກທີ II ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕິດພັນກັບຊີວິດ ແລະ ພາລະກິດປະ ຕິວັດຂອງປະທານ ໄກສອນ ພົມວິຫານ 1975-2025 ລວມມີຮູບພາບ ເອກະສານ ແລະ ວັດຖຸພັນທັງໝົດ 334 ສິ້ນ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article