16 C
Vientiane
ວັນທີ 1 December, 2025

ສປສສ ປະດັບຫຼຽນກາລະນຶກ 50 ປີ

Must read

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ ( 2 ທັນວາ 1975- 2ທັນວາ 2025) ຂຶ້ນໃນວັນທີ 28 ພະຈິກ 2025,ທີ່ ສປສສ,ໃຫ້ກຽດປະດັບຫຼຽນ ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ,ຊຶ່ງມີພະນັກງານ-ລັດຖະກອນ ປະຈຳການ ລະ ພະນັກງານ ບຳນານ ເຂົ້າຮ່ວມ.

ທ່ານ ສາກົນ ໄຊຍະລາດ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ ຜ່ານລັດຖະດຳລັດ ປະທານປະເທດ ແລະ ຜ່ານໃບມອບສິດຂອງນາຍົກລັດຖະມົນຕີ .

ໃນການປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ-ລັດຖະກອນ ປະຈຳການ ຈຳນວນ 110 ທ່ານ ,ຍິງ 42 ທ່ານ ແລະ ພະນັກງານ ບຳນານ ຈຳນວນ 20 ທ່ານ ,ຍິງ 2 ທ່ານ ຄັ້ງນີ້: ແມ່ນເປັນການຍ້ອງຍໍຜູ້ທີມີຜົນງານ,ຄຸນງາມຄວາມດີ,ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

(ຂ່າວ:ຕຸໄລເພັດ-ຂໍ້ມູນ: ສປສສ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article