ວັນຊາດທີ 2 ທັນວາ 1975 ເປັນວັນທີ່ປະຊາຊົນລາວ ເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ເປັນວັນປະຫວັດສາດອັນຍິ່ງໃຫຍ່ຂອງປວງຊົນລາວທັງຊາດ ຊຶ່ງກ່ອນໜ້ານີ້ 50 ປີ ສປປ ລາວ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດແບບເກົ່າ ແລະ ແບບໃໝ່ ໃນຕອນນັ້ນປະເທດລາວ ບໍ່ມີຊື່ສຽງ, ບໍ່ມີກຽດສັກສີ, ບໍ່ມີບົດບາດໃນເວທີສາກົນ ແລະ ພາກພື້ນ. ແຕ່ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາມນານ ແລະ ຍ້ອນມີການນຳພາຂອງພັກ ເຮັດໃຫ້ ສປປ ລາວ ຍາດໄດ້ໄຊຊະນະ ແລະ ສະຖາປະນາ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜາເຜີຍໃນວັນທີ 2 ທັນວາ 1975 ນັບແຕ່ນັ້ນມາ, ເຮັດໃຫ້ ສປປ ລາວ ເປັນເອກະລາວ ປະຊາຊົນ ມີສິດເສລີພາບ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ.

ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ສຳພາດໃນວັນທີ 27 ພະຈິກ 2025 ວ່າ: ພາຍຫລັງທີ່ ສປປ ລາວ ໄດ້ຮັບການປົດປ່ອຍໃໝ່ໆ ເຫັນວ່າປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທຸກຍາກລຳບາກຫລາຍ, ແຕ່ພາຍໃຕ້ການນຳພາຂອງພັກ ໄດ້ນຳພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ແລະ ປະຕິບັດ 2 ໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນມີລາຍຮັບ, ສ້າງວຽກເຮັດງານທຳ, ປະຊາຊົນມີຢູ່ມີກິນ, ເສດຖະກິດນັບມື້ເຕີບໃຫຍ່ຂະຫຍາຍຕົວ. ປັດຈຸບັນ, ສປປ ລາວ ໄດ້ມີບົດບາດໃນເວທີພາກພື້ນ ແລະ ສາກົນ. ຕະຫລອດໄລຍະ 50 ປີ ຜ່ານມາ, ພັກ-ລັດຖະ ບານ ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ແມ່ນການຂະຫຍາຍເສັ້ນທາງຄົມມະນາຄົມລົງສູ່ຊົນນະບົດເປັນບຸລິມະສິດທີ່ໜຶ່ງ, ສຸມໃສ່ພັດທະນາພື້ນຖານໂຄງລ່າງຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີບາດກ້າວຂະຫຍາຍຕົວເຊັ່ນ: ການສ້າງທາງດ່ວນ, ທາງລົດໄຟ ແລະ ບັນດາທ່າບົກຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂໃຫ້ແກ່ການເຂົ້າເຖິງຕະຫລາດພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ.

ມາຮອດປັດຈຸບັນ, ສປປ ລາວ ມີລະ ບົບຕາໜ່າງເສັ້ນທາງໃນທົ່ວປະເທດ ມີລວງຍາວທັງໝົດ 59.963 ກິໂລແມັດ, ທຽບໃສ່ປີ 1975 ລວງຍາວມີພຽງແຕ່ 7.400 ກມ ເພີ່ມຂຶ້ນກວ່າ 8 ເທົ່າ. ໃນນັ້ນ, ມີທາງປູເບຕົງ, ທາງປູອັດສະຟານ, ທາງປູຢາງ, ທາງປູແຮ່ ແລະ ທາງປູດິນທຳມະຊາດ, ມີຂົວທັງໝົດ 12.723 ແຫ່ງ ທຽບໃສ່ປີ 1986 ເພີ່ມຂຶ້ນ 12.624 ແຫ່ງ, ມີທາງປູຢາງທີ່ໄປເຖິງທຸກເທສະບານແຂວງ, ມີທາງປູຢາງ ແລະ ທາງດິນແດງທຽວໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະເທດ ກວມ 100%, ໝາຍຄວາມວ່າ ຕາໜ່າງເສັ້ນທາງສາມາດໄປເຖິງທຸກແຂວງ ແລະ ທຸກເມືອງໃນທົ່ວປະເທດ. ໃນນັ້ນ, 147 ເມືອງ ມີເສັ້ນທາງປູຢາງເຂົ້າເຖິງ ກວມເອົາ 99,3% ຈາກທັງໝົດ 148 ເມືອງ ໃນຂອບເຂດທົ່ວປະເທດ. ອັນພົ້ນເດັ່ນ ໄດ້ສຳເລັດການກໍ່ສ້າງ ແລະ ເປີດການນຳໃຊ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ກໍ່ສ້າງ ແລະ ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນປີ 2021; ສະ ເພາະການບໍລິການດ້ານຄົມມະນາຄົມຂົນສົ່ງທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງແຂງແຮງ ແຕ່ປີ 1986-2025 ການບໍລິການຂົນສົ່ງໂດຍສານໄດ້ 1.468,6 ລ້ານເທື່ອຄົນ (ທາງບົກ 1.370,6 ກວ່າລ້ານເທື່ອຄົນ, ທາງນໍ້າ 67,8 ລ້ານເທື່ອຄົນ, ທາງອາກາດ 20,2 ລ້ານກວ່າເທື່ອຄົນ, ທາງລົດໄຟ 10 ລ້ານກວ່າເທື່ອຄົນ), ການບໍລິການຂົນສົ່ງສິນຄ້າໄດ້ທັງໝົດ 179,3 ລ້ານກວ່າໂຕນ, ພາຍຫລັງທີ່ໄດ້ເປີດນຳໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໃນທ້າຍປີ 2021 ເຫັນວ່າປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟ ມີຕົວເລກເພີ່ມຂຶ້ນຫລາຍ ສະເພາະທາງລົດໄຟລາວ-ຈີນ ສັງຮວມຕົວເລກຂົນສົ່ງຜູ້ໂດຍສານ ສະເລ່ຍ 7 ພັນກວ່າຄົນຕໍ່ມື້, ຂົນສົ່ງສິນຄ້າ ສະເລ່ຍ 10 ພັນກວ່າໂຕນຕໍ່ມື້.

ຂ່າວ: ກິດຕາ
ພາບ: ໜັງສືພິມປະຊາຊົນ



