ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 12 ມີນາ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງ ບ້ານໜອງໜ່ຽງ ເລື່ອງກຸ່ມຊາວໜຸ່ມ ໄວໜຸ່ມຈໍານວນໜຶ່ງ ນັດກັນອາລະວາດ ຕີກັນ ຢູ່ເຂດຄອງນໍ້າ ບ້ານໜອງໜ່ອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ຈຶ່ງໄດ້ກວດກາສະຖານທີ່ຕົວຈິງ ພົບເຫັນກຸ່ມຊາວໜຸ່ມ ນັດພົບອາລະວາດຕີກັນ.

ເຈົ້າໜ້າທີ່ສາມາດຈັບຕົວກຸ່ມແກ້ງໄດ້ 11 ຄົນ ຕັ້ງຊື່ວ່າ ທີມງານປ່າໜາມ 12K ມີສະມາຊິກທັງໝົດ 21 ຄົນ. ຜ່ານການສືບສວນສອບສວນເບື້ອງຕົ້ນ ພົບອາວຸດງ້າວ 2 ດວງ ທີ່ໃຊ້ກໍ່ເຫດ. ດັ່ງນັ້ນ, ຈຶ່ງໄດ້ນໍາຕົວຜູ້ກ່ຽວມາທໍາການສືບສວນສອບສວນຕາມຂັ້ນຕອນຂອງກົດໝາຍ.

ວັນທີ 16 ມີນາ 2026 ເວລາປະມານ 10 ໂມງ ເຈົ້າໜ້າທີ່ໜ່ວນງານ ຕ້ານ ແລະ ສະກັດກັ້ນຢາເສບຕິດ ເມືອງໄຊເສດຖາ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ມີກຸ່ມຊາວໜຸ່ມ ໄວໜຸ່ມ ຈໍານວນໜຶ່ງໄດ້ ຈັດງານປາຕີ້ ວັນເກີດ ເປີດເພງເນື່ອງນັນ ກາຍໂມງເວລາ ຈົນຮອດ 4-5 ໂມງເຊົ້າ. ແຕ່ພວກກ່ຽວກໍຍັງບໍ່ເຊົາ ຈຶ່ງພາກັນຍົກຍ້າຍເຮືອນ ໄປປາຕີ້ຕໍ່ຢູ່ບ້ານເມືອງນ້ອຍຊຽງດາ ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ ນໍາກໍາລັງໄປສົມທົບກັບ ປກສ ກຸ່ມອໍານາດການປົກຄອງບ້ານ ເຂົ້າກວດກາແກ້ໄຂ ຈຶ່ງສາມາດລວບລວມ ສະກັດຈັບໄດ້ 19 ຄົນ ຍິງ 7 ຄົນ. ຂອງກາງ ນໍ້າກະທ່ອມ 5 ຕຸກ, ຢາເສບຕິດຄໍລະເຈັນ 2 ຊອງ ແລະ ຢາເຄ 1 ຖົງນ້ອຍ. ຜ່ານສືບສວນສອບສວນ ພວກກ່ຽວໄດ້ພາກັນມົ້ວສຸມສິ່ງເສບຕິດ ເຊິ່ງເປັນການກະທໍາທີ່ສ້າງຄວາມບໍ່ສະຫງົບ ຢູ່ໃນຂອບເຂດບ້ານ ເປີດເພງເນືອງນັນເຮືອນພໍ່ແມ່ປະຊາຊົນຢູ່ເຂດໃກ້ຄຽງ ແລະ ກາຍໂມງເວລາ ທີ່ທາງການໄດ້ກໍານົດ.

ການກະທໍາດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວພວກກ່ຽວມາສຶກສາອົບຮົມ ໃຫ້ຮັບຮູ້ ແລະ ເຂົ້າໃນເຖິງຜົນກະທົບຕໍ່ການກະທໍາຂອງເຂົາເຈົ້າ ເປັນຕົ້ນ ການເປີດເພງເນື່ອງນັນ ກາຍໂມງເວລາ. ຕໍ່ກັບ 2 ເຫດການດັ່ງກ່າວ, ຈຶ່ງເຫດວ່າ ຈໍານວນໜຶ່ງ ທີ່ຕິດພັນກັບສິ່ງເສບຕິດ ຫລື ການກະທໍາຜິດທີ່ແຕະຕ້ອງເຖິງລະບຽບກົດໝາຍ ກໍ່ຈະໄດ້ດໍາເນີນຄະດີຕາມຂັ້ນຕອນກົດໝາຍຢ່າງເຂັ້ນງວດ ແລະ ຈໍານວນໜຶ່ງທີ່ຍັງເປັນເດັກນ້ອຍ ອາຍຸກະສຽນບໍ່ທັນເຖິງຕາມກົດໝາຍໄດ້ກໍານົດ ເຊິ່ງເປັນການກະທໍາຜິດຄັ້ງທໍາອິດ ຈຶ່ງໄດ້ສຶກສາອົບ ພ້ອມທັງເຊີນອໍານາດການປົກຄອງບ້ານ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ເພື່ອເຮັດໃຫ້ກຸ່ມແກັງດັ່ງກ່າວຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາຜິດຂອງຕົນເອງ ແລະ ເພື່ອປັບປຸງຕົນເອງ ໃຫ້ເປັນຄົນດີຂອງສັງຄົມ.





