23 C
Vientiane
ວັນທີ 19 March, 2026

ລາ​ຄາ​ວັດ​ສະ​ດຸກໍ່​ສ້າງ​ບາງ​ຊະ​ນິດ​ແພງ​ຂື້ນເກືອບ 50% ໃນ​ນະ​ຄອນຫຼວງວຽງ​ຈັນ

Must read

ຜູ້​ລົງ​ທຶນກໍ່​ສ້າງ ໃນ​ນະ​ຄອນຫຼວງວຽງ​ຈັນ ໃນ​ປະ​ຈຸ​ບັນ ​ກຳ​ລັງ​ປະ​ເຊີນ​ກັບ ​ລາ​ຄາວັດ​ສະ​​ດຸ​ຂື້ນລາ​ຄາຢ່າງໄວ​ວາ ເຊິ່ງ​ບາງ​ປະ​ເພດເພີ່ມ​ຂື້ນ​ເກືອບ 50%.

ບັນ​ຫາລາ​ຄາ​ນ້ຳ​ມັນ​ແພງ​ ເປັນສາເຫດ​ຕົ້ນ​ຕໍ່ເຮັດ​ໃຫ້​ຜູ້​ປະ​ກອບ​ການ ແລະ ພາກ​ທຸ​ລະ​ກິດ​ ຕ້ອງ​ໄດ້​ປັບ​ລາ​ຄາ​ສິນ​ຄ້າ ​ຂອງ​ຕົນ ເພື່ອ​ປະ​ຄັບ​ປະ​ຄອງ​​ທຸ​ລະ​ກິດ ແລະ ການ​ບໍ​ລິ​ການ ຂອງ​ເຂົາ​ເຈົ້າ ເນຶ່ອງ​ຈາກ​ຕົ້ນ​ທຶນ​ເພີ່​ມ​ຂື້ນສູງ. ນັບ​ແຕ່​ຕົ້ນ​ເດືອ​ນມີ​ນາ ລາ​ຄາ​ນ້ຳ​ມັນ​ ພາຍ​ໃນ​ປະ​ເທດ ໄດ້​ຖືກ​ປັບ​ຂື້ນ ຈ​ຳ​ານວນ 5​ ຄັ້ງ ໃນ​ໄລ​ຍະ​ສັ້ນໆ ແລະ ປັບລົງຈຳ​ນວນ 1 ຄັ້ງ.

ນັບ​ແຕ່​ມີ​ການ​ປັບ​ລາ​ຄາ​ນ້ຳ​ມັນ, ລາ​ຄາ​ບາງ​ປະ​ເພດ​ວັດ​ສະ​ດຸ​ຮັບ​ໃຊ້​ວຽກ​ງານ​ການກໍ່​ສ້າງ ກໍ່​ໄດ້​ປັບ​ຂື້ນ​ຕາມ​ການ​ປ່ຽນ​ແປງ​ຂອງລາ​ຄາ​ນ້ຳ​ມັນຕາມໆ​ກັນ. ໜຶ່ງ​ໃນ​ວັດ​ສະ​ດຸ​ທີ​່ມີ​ລາ​ຄາ​ແພງ​ຂື້ນ​ໄດ້​ແກ່ ແຮ່ຫີນ​ຄົບ ແລະ ແຮ່​ຊາຍ. 

ໃນ​ໄລ​ຍະ​ສະ​ພາບ​ລາ​ຄາ​ນ້ຳ​ມັນ​ຄົງ​ທີ່ ປົກ​ກະ​ຕິ​ ຜູ້​ສະ​ໜອງວັດ​ຖຸ​ເຫຼົ່າ​ນີ້ ດ້ວຍ​ລົດ​ບັນ​ທຸກ​ຂະ​ໜາດ​ນ້ອຍ ຈະ​ສະ​ໜອງໃຫ້ຜູ້ກໍ່​ສ້າງ ໃນ​ລາ​ຄາ​ 800,000 ກີບ ຕໍ່​ທ້ຽວ ເຊິ່ງ​ຈະ​ບັນ​ຈຸ​ແຮ່ຫີນ ແລະ ແຮ່​ຊາຍ ຢ່າງ​ລະ​ເຄິ່ງ​ລົດ ຈາກນັ້ນ​ຜູ້​ສະ​ໜອງກໍ່​ຄ່ອຍ​ປັບ​ລາ​ຄາ​ຂື້ນ ເປັນ 1.2 ລ້ານ​ກີບ ແລະ ປະ​ຈຸ​ບັນ ແມ່ນ 1,400,000 ກີບ ຂື້ນ​ກັບ​ໄລ​ຍະ​ທາງ​ຂອງ​ການ​ສະ​ໜອງ, ອີງຕາມຜູ້ໃຫ້ບໍລິການຂົນສົ່ງແຮ່ຫີນ ແລະ ແຮ່ຊາຍ.  

ລາ​ຄາ​ວັດ​ສະ​ດຸ​ເຫຼົ່າ​ນີ້ ​ອາດ​ຈະ​ມີ​ແນວ​ໂນ້ມ​ແພງ​ຂື້ນ ຕາມ​ການ​ປ່ຽນ​ແປງ​ ຂອງ​ກະ​ແສລ​າ​ຄາ​ນ້ຳ​ມັນໂລກ.

ໃນ​ປະ​ຈຸ​ບັນ ຜູ້​ລົງ​ທຶນ​ກໍ່​ສ້າງ​ ຕ້ອງແບກ​ຫາບ ​ຄ່າ​ໃຊ້​ຈ່າຍ​ເພີ​ມ​ຂື້ນ ເພາະ​ວ່າບໍ່​ພຽງ​ແຕ່​ລາ​ຄາ​ແຮ່​ຫີນ ແລະ ແຮ່​ຊາຍ​ແພງ​ຂື້ນເທົ່າ​ນັ້ນ ຜູ້​ຜະ​ລິດ ແລະ ຜູ້​ສະ​ໜອງວັດ​ສະ​ດຸກໍ່​ສ້າງ​ອື່ນໆ ເຊັ່ນ: ​ຫີນ​ບ໋ອກ ລວມ​ໄປ​ເຖິງ​ຮ້ານ​ຂາຍ​ເຄຶ່ອງກໍ່​ສ້າງຕ່າງໆ ກໍ່​ມີ​ການ​ປັບ​ຄ່າບໍ​ລິ​ການ​ເຊັ່ນ​ກັນເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ທຸ​ລະ​ກິດ.

ອິງ​ຕາມ​ສະ​ຖິ​ຕິ​ ຂອງ​ກົມ​ການ​ຄ້າ​ພາຍ​ໃນ ​ກະ​ຊວງ​ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກົມ​ການ​ຄ້າ​ພາຍ​ໃນ ​ໄດ້​ປັບ​ລົງ​ລາ​ຄາ​ນ້ຳ​ມັນ ຄັ້ງຫຼ້າ​ສຸດ​ແມ່ນ ໃນ​ວັນ​ທ​ີ 19 ເດືອນ​ກຸມ​ພາ ໃນ​ນີ້ ແອັດ​ຊັ່ງ​ພິ​ເສດ ຈາກ 26,450 ກີບ/ລິດ ມາ​ເປັນ 26,020 ກີບ/ລິດ; ແອັດ​ຊັ່ງ​ທຳ​ມະ​ດາ 22,460 ກີ​ບ/ລິດ ມາ​ເປັນ 21,990​ ກີບ/ລິດ; ແລະ ກະ​ຊ່ວນ ຈາກ 19,810 ກີ​ບ/ລິດ ມາ​ເປັນ 19,640 ​ກີ​ບ/ລິດ. ແຕ່​ເລີ່ມຕົ້ນ​ວັນ​ທີ 3 ເດືອນ​ມີ​ນາ ລາ​ຄາ​ນ້ຳ​ມັນ​ ພາຍ​ໃນ​ປະ​ເທດ ໄດ້​ຖືກ​ປັບ​ຂື້ນ, ວັນ​ທີ 5 ແລະ ວັນ​ທີ 9 ໄດ້​ຖືກ​ປັບ​ຂື້ນ​ອີກ ສອງ​ຄັ້ງ ແລະ ວັນ​ທີ 11 ໄດ້​ມີ​ການ​ປັບ​ລົງ​ເລັກ​ໜ້ອຍ. ຈາກນັ້ນ ວັນ​ທີ 13 ແລະ ວັນ​ທີ 17 ກໍ່​ໄດ້​ຖືກ​ປັບ​ຂື້ນ​ອີກສອງ​ຄັ້ງ. ປະ​ຈຸ​ບັນ​ ລາ​ຄາ​ນ້ຳ​ມັ​ນ​ ແອັດ​ຊັງ​ທຳ​ມະ​ດາ ຢູ່​ບັນ​ດາ​ປ້ຳ ໃນ​ນະ​ຄອນຫຼວງວຽງ​ຈັນ ​ແມ່ນ 36,900 ກີບ/ລິດ ແລະ ກາ​ຊ່ວນ ແມ່ນ 37,100 ກີບ/ລິດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article