
ຂປລ. ປັດຈຸບັນ ສປປ ລາວ ພວມປະສົບບັນຫາຂາດແຄນນ້ຳມັນເຊື້ອໄຟ ຊຶ່ງເກີດຈາກສະພາບການເຄັ່ງຮ້ອນໃນພາກພື້ນຕາເວັນອອກກາງ ສົ່ງຜົນກະທົບຕໍ່ການສະໜອງນ້ຳມັນເຊື້ອໄຟ ຂອງຜູ້ປະ ກອບການ ເຮັດໃຫ້ຫລາຍແຂວງໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫລວງວຽງຈັນ ມີນ້ຳມັນເຊື້ອໄຟໃຊ້ບໍ່ພຽງພໍ ກັບຄວາມຕ້ອງການຂອງປະຊາຊົນ, ປ້ຳນ້ຳມັນຫລາຍປປໍ້າ ປິດໃຫ້ບໍລິການ ເນື່ອງຈາກບໍ່ມີນ້ຳມັນ, ເຮັດປະຊາຊົນຈຳນວນຫລາຍ ຕ້ອງໄປລໍຖ້າຕໍ່ຄິວໃສ່ນໍ້າມັນ ຕາມປໍ້າທີ່ເປີດໃຫ້ບໍລິການ ເຮັດໃຫ້ການສັນຈອນຕິດຂັດ (ລົດຕິດ), ແອອັດ, ບໍ່ເປັນລະບຽບຮຽບຮ້ອຍ. ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ ເພື່ອຈັດສັນລະບຽບການຈອດລົດ ແລະ ການເຂົ້າຄິວໃສ່ນ້ຳມັນໃຫ້ເປັນລະບຽບ ເພື່ອຫລຸດ ຜ່ອນການກີດຂວາງການຈະລາຈອນ.

ທ່ານ ສິງເພັດ ມະນີເລີດ ຄະນະກອງຈະລາຈອນເມືອງຈັນທະບູລີ, ຜູ້ຊີ້ນຳວຽກງານຈັດລະ ບຽບໂຄສະນາ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 19 ມີນາ 2026 ນີ້ວ່າ: ໃນໄລຍະນີ້ ກໍຄື ວິກິດການຂາດແຄນນ້ຳມັນ ເຮັດໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ຫລັ່ງໄຫລກັນໄປຕໍ່ຄິວໃສ່ນ້ຳມັນ ຢູ່ຕາມປ້ຳນ້ຳມັນແຫ່ງຕ່າງໆທີ່ເປີດໃຫ້ບໍລິການ ກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍ, ແອອັດ ສົ່ງຜົນໃຫ້ເກີດການຈະລາຈອນຕິດຂັດ. ເພື່ອແກ້ໄຂສະພາບການດັ່ງກ່າວ, ກຳລັງຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ກໍຄື ກອງຈະລາຈອນເມືອງຈັນທະບູລີ ໄດ້ເພີ່ມທະວີເອົາໃຈໃສ່ ແລະ ລົງປະຈຳຈຸດສຳຄັນຕ່າງໆ ໂດຍສະເພາະ ບໍລິເວນປ້ຳນ້ຳມັນ ເພື່ອຈັດສັນການຈອດລົດ ແລະ ການເຂົ້າຄິວໃສ່ນ້ຳມັນ ໃຫ້ເປັນລະບຽບ, ປ້ອງກັນບໍ່ໃຫ້ເກີດການຜິດຖຽງກັນ ແລະ ກໍໃຫ້ເກີດການສັນຈອນຕິດຂັດ. ພ້ອມກັນນີ້, ຍັງໄດ້ມີການແນະນຳ ແລະ ປະຊາສຳພັນໃຫ້ປະຊາຊົນ ເຂົ້າໃຈ ແລະ ຮ່ວມມືໃນການຮັກສາຄວາມເປັນລະບຽບ ເປັນຕົ້ນ ການເຂົ້າຄິວຕາມລຳດັບ, ບໍ່ແຊງຄິວ ແລະ ບໍ່ຈອດລົດໃນຈຸດທີ່ຫ້າມຈອດ ເພື່ອຮັກສາຄວາມເປັນລະບຽບຮ່ວມກັນ.

ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນການຕິດຂັດການຈະລາຈອນ ເທົ່ານັ້ນ, ແຕ່ຍັງສ້າງຄວາມເປັນລະບຽບ ແລະ ວິໄນໃນສັງຄົມ ອີກດ້ວຍ. ຢ່າງໃດກໍຕາມ ຜູ້ໃຊ້ລົດໃຊ້ຖະໜົນ ຕ້ອງປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ເພື່ອຮ່ວມກັນຮັກສາຄວາມເປັນລະບຽບ ແລະ ຄວາມປອດໄພໃນການສັນຈອນ.
ຂ່າວ-ພາບ: ທະນູທອງ




