25 C
Vientiane
ວັນທີ 17 March, 2026

ຈຳປາສັກ ເລີ່ມບໍລິການແລ່ນລົດເມສາທາລະນະ​ ໂດຍບໍ່ເສຍຄ່າ ໃນເທສະບານນະຄອນປາກເຊ​

Must read

ແຫລ່ງຂ່າວຈາກ ແຂວງຈຳປາສັກໃຫ້ຮູ້ວ່າ: ພະແນກ​ໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ) ແຂວງ​ຈໍາປາສັກ​ ເປີດບໍລິການແລ່ນລົດເມສາທາລະນະ ປະຈຳສາຍທາງພາຍໃນເທສະບານນະຄອນປາກເຊ ໂດຍບໍ່ເສຍຄ່າ​ ໃນວັນທີ 17 ມີນາ 2026 ທີ່ຫ້ອງວ່າການແຂວງ​ ໂດຍມີທ່ານ​ ສຸກສະຫວັນ​ ວິໄລວົງ ປະທານ​ຄະນະ​ກໍາມະການປົກຄອງແຂວງຈຳປາສັກ, ທ່ານ​ ສິດທິ​ພອນ​ ບຸດຕິວົງ ຫົວໜ້າ​ພະແນກ​ ຍທຂ ແຂວງ​ ພ້ອມດ້ວຍ​ການນໍາ​ຫ້ອງວ່າການແຂວງ, ການນໍາພະແນກການ​ກົມກອງ​ອ້ອມຂ້າງ​ແຂວງ,​ ພະແນກ, ຂະແໜງ, ກອງ ແລະ​ ພະນັກງານວິຊາການ ພາຍໃນພະແນກ ຍທຂ​ ແຂວງ​ ເຂົ້າຮ່ວມ.​

ໃນພິທີ,​ ທ່ານ​ ສິດທິ​ພອນ​ ບຸດຕິວົງ ໄດ້ລາຍງານວ່າ: ການເປີດບໍລິການແລ່ນລົດເມສາທາລະນະ ປະຈຳສາຍທາງພາຍໃນເທສະບານນະຄອນປາກເຊ ໂດຍບໍ່ເສຍຄ່າຄັ້ງນີ້ ຂອບເຂດ ແລະ ເສັ້ນທາງບໍລິການ​ຈະເນັ້ນໃສ່ເສັ້ນທາງສາຍຫລັກພາຍໃນເທສະບານແຂວງ ແລະ ເສັ້ນທາງເຊື່ອມຕໍ່ເຂດຊານເມືອງ ທີ່ເປັນຈຸດຈຳເປັນໃນການໄປ-ມາ.​ ສ່ວນແຜນການນໍາໃຊ້ລົດເມ ແລະ ກຳນົດສາຍທາງ​ ນັ້ນ,​ ພະແນກ ຍທຂ ແຂວງ ໄດ້ສ້າງແຜນນໍາໃຊ້ ແລະ ກຳນົດສາຍທາງ ໃນເທສະບານນະຄອນປາກເຊ ແລະ ສາຍທາງນະຄອນປາກເຊ ຫາ ບັນດາເມືອງໃກ້ຄຽງ​ ຄື: ສາຍທາງໃນເທສະບານນະຄອນປາກເຊ ມີ 1 ສາຍທາງ ຄື: ສາຍ​ທາງຫລັກ 7​ ເໜືອ​-​ຫລັກ​ 8​ ໃຕ້,​ ຈໍານວນລົດແລ່ນ 2 ຄັນ,​ ແລ່ນຕາມທາງ 13 ໃຕ້, ຈຸດເລີ່ມຕົ້ນສະຖານນີຂົນສົ່ງໂດຍສານຫລັກ 7 ເໜືອ ແລະ ສະຖານີຂົນສົ່ງໂດຍສານ ຫລັກ 8 ໃຕ້, ເວລາເລີ່ມຕົ້ນ 6 ໂມງ ຫາ 20:30 ໂມງ, ໜຶ່ງຮອບ 2 ຊົ່ວໂມງ, 7 ຖ້ຽວຕໍ່ມື້, ຈຸດຈອດລົດຮັບຜູ້ໂດຍສານມີດັ່ງນີ້: ຄິວຫລັກ​ 7 ເໜືອ,​ທາງເຂົ້າບ້ານດອນເຂາະ,​ ທາງເຂົ້າໂຮງຮຽນຂັບຂີ່ໂພຊີໄຄ,​ ໜ້າສະໜາມບິນ,​ ຕະຫລາດມີໄຊ (ທ່າຫີນ), ໜ້າສໍານັກງານປົກຄອງນະຄອນປາກເຊ, ໜ້າສະໜາມແດງ,​ ຕະຫລາດສະບາຍດີ,​ ໜ້າສະໜາມກິລາ,​ ໜ້າວິທະຍາໄລຄູ​ ປາກເຊ,​ ໂຮງງານ ຊີບີເອັບ, ວິທະຍາໄລ, ກະສິກກຳ​ ຫລັກ 6 ແລະ​ ສະຖານີຫລັກ​ 8​ ໃຕ້.​

ສາຍທາງ ນະຄອນປາກເຊ ຫາ ບັນດາເມືອງ ມີ 1 ສາຍທາງ, ຈໍານວນ 2 ຄັນ ຄື: ສາຍທາງ​ຕະຫລາດ​ໃໝ່ປາກເຊ​ (ຕະຫລາດດາວເຮືອງ) ຫາ ຕະຫລາດຫລັກ 14 ເມືອງບາຈຽງຈະເລີນສຸກ,​ ຈໍານວນລົດແລ່ນ 2 ຄັນ, ແລ່ນໄປທາງສາລາຂຽວ-ກັບທາງສາລາຂຽວ, ເວລາເລີ່ມຕົ້ນ 6 ໂມງ,​ ສິ້ນສຸດ 17:30, ໜຶ່ງຮອບ 2 ຊົ່ວໂມງ, ຈຸດຈອດລົດຮັບຜູ້ໂດຍສານດັ່ງນີ້: ຕະຫລາດໃໝ່ປາກເຊ (ຕະຫລາດດາວເຮືອງ), ໜ້າໂຮງຮຽນ ມສ ປາກເຊ,​ ສາມແຍກທາງເຂົ້າບັງເຢາະ,​ ໜ້າຮ້ານ ມະຫາໄຊ,​ ໜ້າສູນໂຕໂຢຕ້າ, ໜ້າຮ້ານສຸວັນນີ,​ ໜ້າໂຮງຮຽນປະຖົມບ້ານພັດທະນາ,​ ທາງເຂົ້າ ມະຫາວິທະຍາໄລຈຳປາສັກ,​ 3 ແຍກ ໂຮງຮຽນ​ ມ ​ປາຍ​ພອນສະຫວັນ,​ ວິທະຍາໄລເຕັກນິກວິຊາຊີບ ແຂວງຈໍາປາສັກ​ (ຫລັກ 9), ໜ້າວັດຫລັກ 10,​ ໜ້າວັດຫລັກ 12,​ ໜ້າຄ້າຍທະຫານກອງພົນທີ 5 (ຫລັກ​ 13) ແລະ​ ຕະຫລາດຫລັກ 14.

ໂອກາດນີ້, ທ່ານ​ .ສຸກສະຫວັນ​ ວິໄລວົງ ໄດ້ມີຄໍາເຫັນວ່າ: ການເປີດໃຫ້ບໍລິການລົດເມໂດຍສານສາທາລະນະໂດຍບໍ່ເສຍຄ່າ ຄັ້ງນີ້​ ສຸດທີ່ມີຄວາມໝາຍສໍາ ໂດຍອີງຕາມທິດຊີ້ນໍາຂອງ ທ່ານເລຂາ​ຄະນະ​ບໍລິຫານ​ພັກແຂວງຈໍາປາສັກ ຄັ້ງວັນທີ 11 ມິນາ 2026​ ທັງເປັນການ​ຈັດຕັ້ງ​ປະຕິບັດ​ຄໍາສັ່ງຂອງນາຍົກລັດຖະມົນຕີ​ ເລກທີ​ 40/ນຍ, ລົງ​ວັນທີ 13 ມີນາ​ 2026​ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.​ ສໍາລັບຄ່າໃຊ້ຈ່າຍໃນການເປີດບໍລິການລົດເມສາທາລະນະໂດຍບໍ່ສາຄ່າຄັ້ງນີ້​ ແມ່ນ​ຄະນະພັກ​-ອົງການປົກຄອງແຂວງ ເປັນຜູ້​ຮັບຜິດຊອບ​. ຈຸດປະສົງ​ ກໍເພື່ອເປັນການແບ່ງເບົາພາລະຄ່າໃຊ້ຈ່າຍໃນລະດັບໜຶ່ງ ແລະ ອໍານວຍຄວາມສະດວກໃນການສັນຈອນໄປ​-ມາ ຂອງພໍ່ແມ່ປະຊາຊົນ,​ ພະນັກງານ,​ ທະຫານ,​ ຕຳຫລວດ​ ແລະ​ ນັກຮຽນ​-ນັກສຶກສາ​ ໃນສະພາບວິກິດການຂາດແຄນນໍ້າມັນເຊື້ອໄຟ ແລະ ລາຄານໍ້າມັນເພີ່ມຂຶ້ນສູງ​ທັງເປັນການຮ່ວມກັນປະຢັດ ພະລັງງານ ແລະ ຫລຸດຜ່ອນການນໍາໃຊ້ພາຫະນະສ່ວນຕົວໃນໄລຍະວິກິດການນີ້. ນະໂຍບາຍນີ້ຈະປະຕິບັດໄປຈົນກວ່າສະພາບການຂາດແຄນນໍ້າມັນຈະຜ່ອນຄາຍລົງ ແລະ ລາຄານໍ້າມັນກັບຄືນສູ່ສະພາບປົກກະຕິ.

ໃນຕໍ່ໜ້າ,​ ຖ້າວ່າສະພາບການຂາດແຄນນໍ້າມັນຍັງບໍ່ທັນຜ່ອນຄາຍ,​ ພະແນກ​ ຍທຂ​ ແຂວງ​ ຈະສືບຕໍ່ເປີດບໍລິການລົດເມສາທາລະນະໂດຍບໍ່ເສຍຄ່າຕື່ມອີກ 2 ສາຍ​ ຄື: ສາຍທາງ ທ່າສາລາຄໍາ ຫາ ຕະຫລາດດາວເຮືອງ​ ແລະ​ ສາຍທາງ ຕະຫລາດ​ໃໝ່ປາກເຊ (ຕະຫລາດດາວເຮືອງ) ຫາ ຫ້ອງວ່າການປົກຄອງເມືອງຊະນະສົມບູນ.​

ຂ່າວ​-ພາບ: ທູນທອງໃຈ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article